ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ
ວັນທີ 4 ມີນາ 2025 ກົມກວດກາລັດ ກະຊວງການເງິນ ຈັດກອງປະຊຸມ ປຶກສາຫາລື ແລະ ກະກຽມຄວາມພ້ອມເຮັດວຽກຮ່ວມກັບຄະນະກວດກາ ຈາກອົງການກວດກາແຫ່ງລັດ ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີຫົວໜ້າກົມກວດກາລັດ, ຫົວໜ້າພະແນກການເງິນນະຄອນຫລວງວຽງຈັນ, ຫົວ…