ວຽກຈຸດສຸມຂອງລັດຖະບານໃນວາລະແຫ່ງຊາດແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ປະສົບຜົນສຳເລັດຫລາຍດ້ານ

ຕະຫລອດໄລຍະ 1 ປີ 3 ເດືອນຄືແຕ່ເດືອນສິງຫາ 2021 ເຖິງປັດຈຸບັນ, ບັນດາວຽກງານຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນປະສົບຜົນສຳເລັດຫລາຍດ້ານພາຍຫລັງແຕ່ລະພາກສ່ວນແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນໄດ້ພະຍາຍາມຜັນຂະຫຍາຍ ແລະ ກຳນົດວຽກຈຸດສຸມແຕ່ລະດ້ານທີ່ຕິດພັນກັບຄວາມຮັບຜິດຊອບຂອງຕົນໂດຍອີງໃສ່ 3 ຫລັກການທີ່ກຳນົດໄວ້ ຄືຫລັກການເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ເພື່ອສ້າງເງື່ອນໄຂຊຸກຍູ້ການຂະຫຍາຍຕົວຂອງຖານການຜະລິດ ແລະ ບໍລິການພາຍໃນ, ສ້າງຖານລາຍຮັບທີ່ເຂັ້ມແຂງ…

ຮອງນາຍົກ, ລັດຖະມົນຕີກະຊວງການຕ່າງປະເທດ ຈະເດີນທາງຢ້ຽມຢາມ ມົງໂກລີ ແລະ ສ.ເກົາຫລີ

ແຈ້ງການຈາກກະຊວງການຕ່າງປະເທດໃຫ້ຮູ້ວ່າ: ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມ ມົງໂກລີ ໃນລະຫວ່າງວັນທີ 02 – 05 ກັນຍາ 2022 ເພື່ອຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ…

ການສົ່ງອອກສິນຄ້າກະສິກໍາ ມີມູນຄ່າຫລາຍກວ່າ 870 ລ້ານໂດລາສະຫະລັດ ເທົ່າກັບ 72% ຂອງແຜນການ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ ຜູ້ຊີ້ນໍາຂົງເຂດເສດຖະກິດ ໄດ້ລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນ ໃນວັນທີ 20 ມິຖຸນາ 2022 ນີ້ວ່າ:…

ຮອງນາຍົກລັດຖະມົົນຕີເນັ້ນໃຫ້ຫລວງພະບາງ ປັບປຸງ ແລະ ພັດທະນາວຽກງານທີ່ຕິດພັນກັບການທ່ອງທ່ຽວ

ວັນທີ 2 ມິຖຸນາ 2022 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ກັບການນຳແຂວງຫລວງພະບາງ ໂດຍການຕ້ອນຮັບ ແລະ ນຳພາຄະນະຂອງແຂວງເຂົ້າຮ່ວມຮັບຟັງການພົບປະໂອ້ລົມຂອງ ທ່ານ ຄໍາຂັນ ຈັນທະວີສຸກ…

ຮອງນາຍົກ ເນັ້ນໃຫ້ດ່ານສາກົນ ຂົວມິດຕະພາບ 1 ແລະ ສະໜາມບິນສາກົນວັດໄຕສືບຕໍ່ຄົ້ນຄວ້າບັນດາສິ່ງອໍານວຍຄວາມສະດວກດ້ານຕ່າງໆ ເພື່ອຮັບປະກັນໃຫ້ ການບໍລິການຜ່ານດ່ານມີຄວາມສະດວກ, ວ່ອງໄວ, ໂລ່ງລ່ຽນ

ວັນທີ 13 ພຶດສະພາ 2022 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາ ຍົກລັດຖະມົນຕີ, ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນສູນກາງ, ພ້ອມຄະນະໄດ້ລົງຕິດຕາມເບິ່ງສະພາບການບໍລິການເຂົ້າ-ອອກເມືອງຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທແຫ່ງທີ 1 ແລະ…

ຮອງນາຍົກລັດຖະມົນຕີ ເນັ້ນ ປກຊ-ປກສ 4 ແຂວງພາກໃຕ້ຕັດສິນໃຈສູງປະຕິບັດໜ້າທີ່ວຽກງານ

ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດເນັ້ນໃນກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງພາກໃຕ້ ແລະ ກອງພົນທີ 5 ປະຈຳປີ 2021 ໃນວັນທີ 18 ກຸມພາທີ່ກອງບັນຊາການທະຫານແຂວງຈຳປາສັກ ໂດຍຊີ້ນໍາໃຫ້ເພີ່ມທະ ວີຄວາມເປັນເຈົ້າການນໍາພາ-ຊີ້ນໍາຢ່າງແຂງແຮງ, ມີຈຸດສຸມຕາມທິດຊີ້ນໍາຂອງຂັ້ນເທິງ, ເອົາໃຈໃສ່ຊີ້ນໍາກໍາລັງກໍ່ສ້າງຮາກຖານການເມືອງໃຫ້ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງແຂງແຮງກວ່າເກົ່າ ທັງກໍາ…

6 ວຽກງານຈຸດສຸມືິ້ຮອງນາຍົກລັດຖະມົນຕີເນັ້ນໃຫ້ ຖວທ ສືບຕໍ່ພັດທະນາ

ໂອກາດນີ້ທີ່ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມ ເຂົ້າຮ່ວມພິທີປິດກອງປະຊຸມ ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ໃນວັນທີ 11…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!