ຮີດລູກຄອງຫລານ-ຮີດໃພ້ຄອງເຂີຍ

ບັນດາລູກໆຫລານໆ ເມື່ອພໍ່ແມ່ ໄດ້ປະຕິບັດຖືກຕ້ອງຕາມຄຸນນະທໍາແລ້ວ ກໍຄວນໄດ້ຮັບການສຶກສາຮໍ່າຮຽນເອົາຄວາມເປັນລູກທີ່ດີແລ້ວປະຕິບັດໃຫ້ຖືກຕ້ອງຕາມທໍານອງຄອງທໍາອັນມີຄຸນສົມບັດຂອງລູກຜູ້ປະເສີດ ກໍຄືເອົາໃຈໃສ່ປະຕິບັດຕາມຮີດລູກຄອງຫລານຢ່າງຖືກຕ້ອງ. ຜ່ານມາ, ພໍ່ຕູ້ໃຫຍ່ ເຄີຍເວົ້າສູ່ຟັງວ່າ:ເພື່ອປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບຂອງສັງຄົມ ຄອບຄົວກໍຄືໃຫ້ຖືກຕ້ອງຕາມແບບ ແຜນການດໍາລົງຊີວິດຂອງຄອບຄົວ ທີ່ກ້າວໜ້ານັ້ນ, ລູກໆຫລານໆ ຕ້ອງໄດ້ເອົາໃຈໃສ່ ປະຕິບັດຕາມຮີດລູກຄອງຫລານຢ່າງສະເໝີຕົ້ນສະເໝີປາຍ – ເຮັດໃຫ້ຕົນເອງ ສົມກັບວ່າ ເປັນລູກຫລານທີ່ດີ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!