ກອງຄຸ້ມຄອງພາສີ VII ເກັບລາຍຮັບ 5 ເດືອນບໍ່ໄດ້ຕາມເປົ້າໝາຍ
ຮອງກອງຄຸ້ມຄອງພາສີເຂດ VII ໃຫ້ຮູ້ໃນກອງປະຊຸມສະຫລຸບວຽກງານປະຈຳ 5 ເດືອນຕົ້ນປີຂອງຕົນວ່າ: ຜ່ານການຈັດເກັບລາຍຮັບໃນ 5 ເດືອນຕົ້ນປີນີ້ບັນລຸໄດ້ 363 ຕື້ກວ່າກີບ ເທົ່າກັບ 42,68% ຂອງແຜນການປີເທົ່ານັ້ນ ຊຶ່ງຕາມຕົວເລກທີ່ໄດ້ຮັບມອບໝາຍການເກັບລາຍຮັບໃນປີນີ້ໃຫ້ໄດ້ຢ່າງຫນ້ອຍ 850 ຕື້ກວ່າກີບ ຊຶ່ງສາເຫດການເກັບລາຍຮັບໄດ້ບໍ່ຕາມແຜນກໍຍ້ອນຜົນກະທົບຈາກການລະບາດຂອງພະຍາດປອດອັກເສບ Covid–19 ແລະ ລວມໄປເຖິງອົງການປົກຄອງທ້ອງຖິ່ນກໍໄດ້ອອກແຈ້ງການປິດດ່ານທ້ອງຖິ່ນ,…