ທຣຳຢືນຢັນເດີນໜ້າຟ້ອງແນ່ນອນ ບໍ່ຍອມຮັບຜົນການເລືອກຕັ້ງ
ໂດນັລທຣຳ ຢືນຢັນການເລືອກຕັ້ງຍັງບໍ່ຈົບ ຈະເລີ່ມຟ້ອງຮ້ອງແຕ່ວັນຈັນນີ້ເປັນຕົ້ນໄປ ເພື່ອທວງເປັນປະທານາທິບໍດີທີ່ຖືກຕ້ອງ. ສຳນັກຂ່າວ ຊີເອັນເອັນ ລາຍງານວ່າ ຜົນຊະນະການເລືອກຕັ້ງທີ່ສື່ຫຼາຍສຳນັກໃນສະຫະລັດໄດ້ປະກາດໃຫ້ ໂຈໄບເດັນເປັນຜູ້ຊະນະ ຝ່າຍ ໂດ ນັລທຣຳ ກໍອອກມາຖະແຫຼງການຜ່ານສຳນັກງານການເລືອກຕັ້ງຂອງເຂົາວ່າ ໄບເດັນ ປະກາດຢ່າງຮີບຮ້ອນ ແລະ ບໍ່ຖືກຕ້ອງວ່າເປັນຜູ້ຊະນະ ທັງປະກາດວ່າການເລືອກຕັ້ງຍັງບໍ່ທັນຈົບງ່າຍໆ. ໂດນັລທຣຳ ກ່າວວ່າ…