ຄວາມດ້ອຍພັດທະນາເປັນໜຶ່ງໃນປັດໄຈທີ່ເຮັດໃຫ້ເງິນກີບອ່ອນຄ່າ

ໂດຍ: ທິດກໍ່າ ຄວາມດ້ອຍພັດທະນາຂອງປະເທດຊາດບ້ານເມືອງເປັນສາເຫດໜຶ່ງທີ່ເຮັດໃຫ້ເສດຖະກິດ-ການເງິນຂອງປະເທດອ່ອນແອຊັກຊ້າລ້າຫລັງ. ອັນສາເຫດກໍຍ້ອນວ່າ ໃນເມື່ອເສດຖະກິດ-ການເງິນບໍ່ເຂັ້ມແຂງແລ້ວ ຫລາຍສິ່ງຫລາຍຢ່າງຍ່ອມຕາມມາກາຍເປັນອຸປະສັກກົດໜ່ວງຖ່ວງດຶງຄວາມຈະເລີນຂອງຊາດ ອັນໄດ້ແກ່ຄວາມຍາກຈົນ, ຄວາມຂາດເຂີນເງິນຄຳ, ຂາດສະບຽງອາຫານ, ບັນຫາເງິນເຟີ້, ຢາເສບຕິດ, ການສໍ້ລາດບັງຫລວງ, ການປຸ້ນຈີ້, ຂີ້ລັກ, ໂສເພນີ ແລະ ປາກົດການຫຍໍ້ທໍ້ອື່ນໆຢ່າງປະຕິເສດບໍ່ໄດ້. ໃນຄວາມໝາຍຂອງຄຳວ່າ “ດ້ອຍພັດທະນານັ້ນ” ມັນກໍແມ່ນຄວາມຊັກຊ້າຫລ້າຫລັງທາງດ້ານເສດຖະກິດ-ການເງິນ…

ຄ່າຄອງຊີບແພງ “ຈະສຸມເຫື່ອແຮງສໍ່າໃດຈຶ່ງຈະຢູ່ລອດ”​ ຄືຄຳຖາມກ້ອງກັງວານທົ່ວສັງຄົມ

ໂດຍ: ມຶກ​ບໍ່​ແຫ້ງ​ ບັນຫາຄ່າຄອງຊີບແພງໄດ້ກາຍເປັນບັນຫາພື້ນຖານ ແລະກັງວົນທີ່ສຸດຂອງປະຊາຊົນໃນປັດຈຸບັນ, ສິນຄ້າບໍລິໂພກ ແລະອຸປະໂພກທັງໝົດເພີ່ມສູງຂຶ້ນ ແຕ່ລາຍຮັບຍັງເທົ່າເກົ່າ ຫຼື ໜ້ອຍກວ່າເກົ່າ ເປັນການສວນທາງນັ້ນ ປະຊາຊົນຈະສາມາດ ເອົາຊີວິດລອດໄດ້ແນວໃດ?  ບໍ່ມີໃຜປະຕິເສດໄດ້ວ່າ ຄວາມຫຍຸ້ງຍາກປັດຈຸບັນແມ່ນເລື່ອງຄ່າຄອງຊີບ ໂດຍສະເພາະ ປະຊາຊົນທີ່ມີຖານະປານກາງ ລົງມາຫາ ຜູ້ທີ່ມີລາຍຮັບຕໍ່າ, ບໍ່ປະຊາຊົນທີ່ອາໄສໃນຕົວເມືອງ ກໍຄືເຂດນອກເມືອງ….