ເຫັນດີໃຫ້ເອກະຊົນເຊົ່າທີ່ດິນລັດ 52 ກວ່າເຮັກຕາ ເພື່ອສ້າງໂຮງງານຜະລິດປຸງແຕ່ງໂຊດາໄຟ ເປັນເວລາ 30ປີ

ວັນທີ 18 ພະຈິກ 2022 ຜ່ານມານີ້, ກະຊວງການເງິນ, ໄດ້ຕາງໜ້າລັດຖະບານລົງນາມເຊັນສັນຍາເຫັນດີໃຫ້ບໍລິສັດເອກະຊົນເຊົ່າທີ່ດິນຂອງລັດຈໍານວນ 52 ເຮັກຕາກັບ 474 ຕາແມັດ, ຊຶ່ງຕັ້ງຢູ່ບ້ານດົງໃຕ້, ເມືອງທ່າແຂກ ແຂວງຄໍາມ່ວນ, ເພື່ອດໍາເນີນໂຄງການສ້າງໂຮງງານຜະລິດປຸງແຕ່ງໂຊດາໄຟ ຊຶ່ງພື້ນທີ່ດັ່ງກ່າວແມ່ນອນຢູ່ໃນເຂດ 2, ໂດຍມີກໍານົດອາຍຸສັນຍາເຊົ່າທີ່ດິນຂອງລັດ 30 ປີ,…