ປກສ ຄົງເຊໂດນ ສາມາດມ້າງຄະດີ ຄ້າຂາຍຢາເສບຕິດໄດ້ 46 ເລື່ອງ ຢຶດຢາບ້າ 8.011 ເມັດ
ພັນໂທ ສີສຸກ ຈັນທະລັງສີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຄົງເຊໂດນ ແຂວງສາ ລະວັນ ລາຍງານວ່າ: ໃນການແກ້ໄຂບັນຫາຢາເສບຕິດຜ່ານມາເຖິງວ່າເຮັດໄດ້ຕໍ່ເນື່ອງ ແລະ ຫລາຍດ້ານສຳເລັດ, ແຕ່ບາງດ້ານກໍພົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ໂດຍສະເພາະການມີສ່ວນຮ່ວມຂອງສັງຄົມ ບໍ່ເຂັ້ມແຂງເທົ່າທີ່ຄວນ, ຍັງປິດບັງຂໍ້ມູນຕໍ່ເຈົ້າໜ້າທີ່. ສຳລັບການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄດ້ເພີ່ມທະວີຄວາມຮັບຜິດຊອບເປັນຂອງທົ່ວປວງຊົນຢ່າງກົມກຽວ, ເຮັດເປັນຈຸດສຸມ ເຮັດໃຫ້ສາມາດສັງລວມເປົ້າໝາຍ 4.033…