ກະຊວງການຕ່າງປະເທດເຫັນດີເປີດດ່ານທ້ອງຖິ່ນ ແລະ ປະເພນີ ແຕ່ຫ້າມສວຍໃຊ້ໂອກາດນໍາເຂົ້າ ສິນຄ້າທີ່ບໍ່ຈໍາເປັນ ແລະ ການລັກລອບນໍາເຂົ້າສິນຄ້າທີ່ຜິດກົດໝາຍຢ່າງເດັດຂາດ.

ວັນທີ 29 ສິງຫາ 2022 ກະຊວງການຕ່າງປະເທດອອກແຈ້ງການ ເຫັນດີອະນຸຍາດໃຫ້ບັນດາ ແຂວງສາມາດເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີສໍາລັບການເຂົ້າ-ອອກທົ່ວໄປທຸກດ່ານທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງແຂວງຕົນ ແຕ່ໃຫ້ກໍານົດມາດຕະການຄຸ້ມຄອງ ແລະ ກວດກາໃຫ້ຮັດກຸມ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດນໍາເຂົ້າ ສິນຄ້າທີ່ບໍ່ຈໍາເປັນ ແລະ ການລັກລອບນໍາເຂົ້າສິນຄ້າທີ່ຜິດກົດໝາຍຢ່າງເດັດຂາດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ

ສາລະວັນ ແຈ້ງເປີດຄືນດ່ານທ້ອງຖິ່ນປາກຕະພານ ເມືອງລະຄອນເພັງ

ວັນທີ 27 ເມສາ 2022 ຜ່ານມານີ້, ປະທານຄະນະກໍາມະການຊາຍແດນຂັ້ນແຂວງ ສາລະວັນ ໄດ້ອອກແຈ້ງການ ເຖິງຫົວໜ້າ ກອງບັນຊາການທະຫານ, ກອງບັນຊາການ ປກສ, ພະແນກການເງິນ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກສາທາລະນະສຸກ, ພະແນກກະສິກໍາ ແລະ ປ່າໄມ້,…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!