ເມືອງຫາດຊາຍຟອງລົງ ຈັດສັນການຂາຍເຄື່ອງຊະຊາຍແຄມທາງ ຢູ່ດົງຄໍາຊ້າງ
ວັນທີ 20 ມີນາ 2023 ຜ່ານມາ ຄະນະກໍາມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ຂອບເຂດພາຍໃນເມືອງຫາດຊາດຟອງ ນະຄອນຫລວງວຽງຈັນ ລົງຈັດຕັ້ງປະຕິບັດວຽກງານເພື່ອແກ້ໄຂບັນຫາສະພາບຂອງຄວາມບໍ່ເປັນລະບຽບຢູ່ຕາມແຄມທາງຖະໜົນດົງຄໍາຊ້າງຕໍ່ໜ້າສະຖາບັນວິທະຍາໄລສ້າງຄູ ພົບເຫັນວ່າ ຈຸດດັ່ງກ່າວແມ່ນມີຊາວຄ້າຂາຍຈໍານວນໜຶ່ງໄດ້ນໍາເອົາສິນຄ້າປະເພດກະສິກໍາ, ພືດຜັກ, ໝາກໄມ້, ໄຂ່ໄກ່, ເຂົ້າໜົມ ແລະ ອື່ນໆມາວາງຂາຍຈຳໜ່າຍ ເລາະລຽບຢູ່ຕາມແຄມທາງຕໍ່ໜ້າຂອງສະຖານບັນວິທະຍາໄລສ້າງຄູດົງຄໍາຊ້າງແຫ່ງນີ້ຢ່າງແໜ້ນໜາ ໂດຍບໍ່ໄດ້ອະນຸຍາດໃຫ້ນຳໃຊ້ພື້ນທີ່ທາງຍ່າງເປັນບ່ອນວາງຂາຍເຄື່ອງທົ່ວໄປ ນອກຈາກຕະຫລາດ,…