ເມືອງເຟືອງ ແຂວງວຽງຈັນ ກຽມຈັດງານບຸນເທສະການ ສາມໝື່ນຕູບເຟືອງ ເພື່ອສົ່ງເສີມຮີດຄອງປະເພນີ ແລະ ການທ່ອງທ່ຽວທໍາມະຊາດ ໃນວັນທີ 4-15 ທັນວາ 2022
ເພື່ອເປັນການອະນຸລັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມ ຕະຫລອດຮອດຕຳນານ ຫລື ເລື່ອງເລົ່າລືຊາຂອງຄົນຮຸ່ນກ່ອນກ່ຽວກັບປະຫວັດຄວາມເປັນມາຂອງເມືອງເຟືອງ (ຜາທໍ່ໜໍ່ຄຳ) ໃຫ້ຢູ່ຄຽງຄູ່ກັບຊາວເມືອງເຟືອງໄປຕະຫລອດການ ແລະ ເພື່ອເປັນການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວທໍາມະຊາດ ຕິດພັນກັບການທ່ອງທ່ຽວວັດທະນາທໍາ ຢູ່ພາຍໃນເມືອງເຟືອງໃຫ້ມີຂະບວນຟົດຟື້ນ, ທາງເປັນການໂຄສະນາກິດການທ່ອງທ່ຽວທີ່ຫລາກຫລາຍໃຫ້ນັກທ່ຽວທ່ອງທັງພາຍໃນ ແລະ ຕ່າງປະເທດໃຫ້ມາທ່ອງທ່ຽວເມືອງເຟືອງໃຫ້ນັບມື້ຫລາຍຂຶ້ນ. ດັ່ງນັ້ນ, ຫົວໜ້າຫ້ອງວ່າການເມືອງເຟືອງຈຶ່ງໄດ້ກໍານົດເອົາການຈັດງານບຸນເທສະການ ສາມໝື່ນຕູບເຟືອງ ຂຶ້ນໃນວັນທີ 4-15…