ຄວາມຈິງ! ເສັ້ນທາງບ້ານຫັດສະດີ ຮ່ອມຂ້າງຕະຫລາດເຊົ້າຕຶກໃໝ່ ເປ່ເພມາດົນແລ້ວ

ເສັ້ນທາງບ້ານຫັດສະດີ ຮ່ອມຂ້າງຕະຫລາດເຊົ້າຕຶກເກົ່າ ມີສະພາບເປ່ເພຫລາຍສົມຄວນ ສ້າງຄວາມລຳບາກແກ່ຜູ້ສັນຈອນໄປມາ ທັງຜູ້ໃຊ້ລົດ ແລະ ຜູ້ຍ່າງ ເນື່ອງຈາກສະພາບທາງເປັນບວກຂຸມ ຜູ້ໃຊ້ລົດບໍ່ຢາກລົງຂຸມຈຶ່ງໃຊ້ວິທີຫລີກແລ້ວກໍໄປສວານກັບຄົນຍ່າງ ເຮັດໃຫ້ຜູ້ຍ່າງກັບຜູ້ຂີ່ລົດ ບໍ່ເຂົ້າແລວກັນ ສ້າງຄວາມໜັກໃຈບໍ່ໜ້ອຍ ທັງສ່ຽງຕໍ່ການເກີດອຸບັດເຫດ. ຕະຫລອດໄລຍະຜ່ານມາ ປະຊາຊົນໄດ້ສ່ອງແສງມາຍັງໜັງສືພິມລາວພັດທະນາ ເພື່ອຫວັງວ່າຈະໄດ້ຮັບການແກ້ໄຂ ຫລື ສ້ອມແປງໃຫ້ເປັນແລນມາກທີ່ທຽວໄປມາສະດວກສະບາຍ ທັງເປັນໃບໜ້າໃບຕາຂອງປະເທດຊາດ ເນື່ອງຈາກດັ່ງກ່າວ…