ເສັ້ນທາງ ໂຮງຮຽນປະຖົມສາທິດ-ຫໍພັກເກມ ຈະໄດ້ຮັບການແກ້ໄຂສະເພາະໜ້າໄວໆນີ້ ສ່ວນໄລຍະຍາວກຳລັງສະເໜີຂຶ້ນແຜນ
ວັນທີ 15 ພຶດສະພາ 2023 ນີ້ ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນຜ່ານເສັ້ນທາງ ແຕ່ສາມແຍກເສັ້ນທາງດົງໂດກ ບໍລິເວນ ໂຮງຮຽນປະຖົມສົມບູນສາທິດ ໄປຫາ ຫໍພັກຊີເກມ ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດ ໄດ້ສ່ອງແສງວ່າມີສະພາບເປ່ເພ ເປັນບວກຂຸມໃຫຍ່ ແລະ ນ້ອຍຢັ່ງຢາຍກັນ ເຮັດໃຫ້ການສັນຈອນໄດ້ພົບຄວາມຫຍຸ້ງຍາກ ໂດຍສະເພາະໂມງເລັ່ງດ່ວນເຮັດໃຫ້ລົດຕິດ ແລະ…