ຊີ້ແຈງກ່ຽວກັບສະພາບຄວາມຫຍຸ້ງຍາກ ແລະ ທິດທາງແກ້ໄຂ ໃນການເຮັດໜັງສືຜ່ານແດນ
ໃນວັນທີ 6 ເມສາ 2023 ນີ້, ທ່ານ ມິດສະນີ ເຈີປ່າວທ່າວ ຫົວໜ້າພະແນກໜັງສືຜ່ານແດນ, ກົມກົງສຸນ ກະຊວງການຕ່າງປະເທດ ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບສະພາບການເຮັດໜັງສືຜ່ານແດນໃນປັດຈຸບັນວ່າ: ຕໍ່ກັບບັນຫາທີ່ປະຊາຊົນສ່ອງແສງວ່າຜູ້ທີ່ຈ່າຍເງິນເພີ່ມໃຫ້ນາຍໜ້າແມ່ນໄດ້ລັດຄິວສໍາພາດຮ່ວມມືໄດ້ຮັບປື້ມຜ່ານແດນໄວ ແຕ່ກົງກັນຂ້າມກັບຜູ້ບໍ່ຈ່າຍເງິນແມ່ນໄດ້ຮັບຊ້າ, ເຊິ່ງບັນຫາດັ່ງກ່າວຈະສັງເກດເຫັນວ່າພາຍຫລັງໄດ້ປະຕິບັດການແຈກຄິວຜ່ານອອນລາຍຊຶ່ງເລີ່ມແຕ່ວັນທີ 6 ມີນາ 2023 ເປັນຕົ້ນມາ,…