ອີຢູ ໃຫ້ສັດຕະຍາບັນຂໍ້ຕົກລົງຫຼຸດຜ່ອນປະລິມານການນຳໃຊ້ອາຍແກັສ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມືອບໍ່ດົນຜ່ານມາ, ບັນດາປະເທດອີຢູ ໄດ້ຮັບຮອງເອົາແຜນການດ່ວນຂອງກຸ່ມຢ່າງເປັນທາງການ ແນໃສ່ຫຼຸດຜ່ອນປະລິມານການນຳໃຊ້ອາຍແກັສ ໃນສະພາບການບັນດາປະເທດພວມພະຍາຍາມປະຢັດເຊື້ອໄຟໃຫ້ແກ່ລະດູໜາວທີ່ຈະມາເຖິງຍ້ອນແຫຼ່ງສະໜອງມີຄວາມຈຳກັດ. ໃນອາທິດຜ່ານມາ, ບັນດາປະເທດອີຢູ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຫຼຸດຜ່ອນ 15% ຂອງປະລິ ມານການນຳໃຊ້ອາຍແກັສ ແລະ ຫຼຸດຜ່ອນການອີງໃສ່ແຫຼ່ງສະໜອງອາຍແກັສຈາກ ຣັດເຊຍ ກ່ອນລະດູ ໜາວ. ຕາມແຈ້ງການຂອງປະເທດ ສ.ເຊັກໂກ, ບັນດາປະເທດອີຢູ…