ປ້າຍໂຄສະນາທີ່ບໍ່ມີພາສາລາວເຖິງຄາວຕ້ອງໄດ້ແກ້ໄຂ
ໂດຍ: ທິດກໍ່າ ເຫັນແຫລ່ງຂ່າວໃນວັນທີ 3 ມິຖຸນາ 2020 ຜ່ານມາ ທາງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງເປັນແຂວງທີ່ຢູ່ທາງພາກເໜືອດ້ານຕາເວັນຕົກຂອງລາວໄດ້ພາກັນບຸກທະລຸແກ້ໄຂປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ. ບັນດາປ້າຍຕ່າງໆທີ່ເຫັນວ່າຜິດກົດໝາຍນີ້ໄດ້ແກ່ປ້າຍທີ່ບໍ່ມີພາສາລາວ ຫລືມີກໍໂຕນ້ອຍໆກວ່າພາສາອື່ນທີ່ເປັນພາສາຕ່າງປະເທດ. ສຳລັບຮູບການ ແລະ ວິທີການແກ້ໄຂນັ້ນ ຕາມແຫລ່ງຂ່າວກໍບອກວ່າ: ພາກັນຮື້ຖອນບັນດາປ້າຍທີ່ບໍ່ມີພາສາລາວ, ຮື້ຖອນປ້າຍທີ່ມີພາສາຕ່າງປະເທດຢູ່ເທິງພາສາລາວ…