ລັດຖະບານຝຣັ່ງ ສະໜັບສະໜູນ 5 ແສນກວ່າໂດລາ ຟື້ນຟູ ຊີວິດການເປັນຢູ່ປະຊາຊົນແຂວງອັດຕະປື ແລະ ເຊກອງ
ປະຊາຊົນ 16.500 ກວ່າຄົນ ໃນແຂວງອັດຕະປື ແລະ ເຊກອງ ຈະໄດ້ຮັບການສະໜັບສະໜູນຈາກໂຄງການຊ່ວຍເຫລືອຂອງປະເທດຝຣັ່ງ ຈໍານວນ 546.000 ໂດລາສະຫະລັດ ເພື່ອຟື້ນຟູຊີວິດການເປັນຢູ່, ປັບປຸງລາຍໄດ້ຂອງຊຸມຊົນ ແລະ ຊ່ວຍໃຫ້ຊຸມຊົນສາມາດຜ່ານລະດູການຂາດເຂີນດ້ວຍອາຫານທີ່ມີໂພຊະນາການຫລາຍຂຶ້ນ ເຊິ່ງມີຄວາມຈຳເປັນຢ່າງຍິ່ງໃນສະພາບທີ່ເສດຖະກິດສັງຄົມ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19. ພ້ອມກັນນີ້, ຍັງຈະຊ່ວຍແກ້ໄຂຄວາມຕ້ອງການອັນຮີບດ່ວນຂອງຊຸມຊົນເຫລົ່ານີ້ ເພື່ອຊ່ວຍໃຫ້ພວກເຂົາສາມາດຊ່ວຍເຫລືອຕົນເອງໄດ້ໃນການປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງສະພາບອາກາດໄດ້ໃນໄລຍະຍາວ. ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດໃນໄລຍະ…