​ແຮງງານລາວຢູ່ ສ.ເກົາຫລີ ປອດໄພທຸກຄົນ ຈາກນໍ້າຖ້ວມໃຫຍ່ ມີພຽງບາງສ່ວນໄດ້ຢຸດງານຊົ່ວຄາວ

ທ່ານ ບຸນສວນ ໄຊຍະສິດ, ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ, ກົມຈັດຫາງານ, ກະຊວງແຮງງານແລະ ສະຫວັດດີການສັງຄົມ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 19 ກໍລະກົດ 2023 ວ່າ: ຈາກເຫດການນໍ້າຖ້ວມຮ້າຍແຮງ ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງຢູ່ ແຂວງກິຢອງຊາງເໜືອ ແລະ ເຂດອື່ນໆ ໃນ ສ.ເກົາຫຼີ…