ຣັດເຊຍອະນຸມັດໃຊ້ວັກແຊງໂຄວິດ-19 ປະເທດທຳອິດຂອງໂລກ
ປະທານາທິບໍດີ ວະລາດິເມຍ ປູຕິນ ປະກາດຂ່າວດີໃນກອງປະຊຸມຄະນະລັດຖະບານ ວັນທີ 11 ສິງຫານີ້ ໂດຍຢືນຢັນວ່າກະຊວງສາທາລະນະສຸກຣັດເຊຍໄດ້ຂຶ້ນທະບຽນອະນຸມັດການໃຊ້ວັກແຊງໂຄວິດ-19 ຢ່າງເປັນທາງການເປັນປະເທດທຳອິດຂອງໂລກ ຫລັງໃຊ້ເວລາທົດລອງໃນຄົນບໍ່ຮອດ 2 ເດືອນ. ເຖິງຢ່າງໃດກໍຕາມ, ຜູ້ຊ່ຽວຊານໃນຣັດເຊຍ ແລະ ຕ່າງປະເທດຕ່າງກັງວົນເລື່ອງຄວາມປອດໄພ ເນື່ອງຈາກການທົດລອງໄລຍະ 3 ຍັງບໍ່ສຳເລັດ. “ມື້ນີ້ເປັນຄັ້ງທຳອິດໃນໂລກທີ່ວັກແຊງຕ້ານໄວຣັສໂຄໂຣນາ…