ເດັກນ້ອຍສ່ຽງຕິດໄວຣັສໂຄໂຣນາສາຍພັນໃໝ່ ຊໍ່າໃດເມື່ອກັບໄປໂຮງຮຽນ
ໃນຂະນະທີ່ນັກຮຽນບາງຊັ້ນຢູ່ອັງກິດກັບໄປໂຮງຮຽນວັນທີ 1 ມິຖຸນາ, ຢູ່ລາວ ກະຊວງສຶກສາທິການ ແລະ ກິລາ ປະກາດເປີດການຮຽນ-ການສອນໃນວັນທີ 2 ມິຖຸນາ. ຫລາຍປະເທດມີການຖົກຖຽງກັນຫລາຍເຖິງມາດຕະການປ້ອງກັນບໍ່ໃຫ້ພະຍາດໂຄວິດ-19 ລະບາດຮອບໃໝ່. ພະຍາດໂຄວິດ-19 ເປັນອັນຕະລາຍຕໍ່ເດັກຊໍ່າໃດ ເດັກນ້ອຍມີຄວາມສ່ຽງຕິດເຊື້ອຈາກໄວຣັສໂຄໂຣນາສາຍພັນໃໝ່ຕໍ່າ, ກົງກັນຂ້າມກັບຜູ້ໃຫຍ່ທີ່ມີທ່າອ່ຽງຕິດເຊື້ອໜັກ ແລະ ມີອາການແຊກຊ້ອນເຖິງຂັ້ນເສຍຊີວິດ. ທົ່ວສະຫະຣາຊະອານາຈັກ…