ການໂພສຂາຍສິນຄ້າຕ້ອງຫ້າມ ຫລື ສິ່ງທີ່ເປັນອັນຕະລາຍຕໍ່ຊີວິດ ຍັງປາກົດເຫັນຫລາຍໃນສື່ອອນລາຍ

ປັດຈຸບັນຢູ່ໃນຍຸກເຕັກໃນໂລຊີທັນສະໄໝ ຫລື ຍຸກ 4.0 ກໍຄືຍຸກສັງຄົມອອນລາຍ ເຊິ່ງມັນມີບົດບາດສໍາຄັນໃນຊີວິດປະຈໍາວັນຂອງພວກເຮົາ ໂດຍໄດ້ກາຍເປັນຊ່ອງທາງການທໍາມາຄ້າຂາຍ ແລະ ສ້າງຄວາມສະດວກສະບາຍໃນການເລືອກຊື້ສິນຄ້າທຸກປະເພດ, ຊື້ກໍງ່າຍ ແລະ ບໍລິການກໍເຖິງສະຖານທີ່, ແຖມສິນຄ້າບາງປະເພດລາຄາຖືກກວ່າທ້ອງຕະຫລາດອີກ ຈຶ່ງສ້າງຄວາມນິຍົມຊົມຊອບໃຫ້ລູກຄ້າທັງຫລາຍໄດ້ສັ່ງສິນຄ້າຈາກຮ້ານຄ້າອອນລາຍນັບມື້ຫລາຍຂຶ້ນ. ແນວໃດກໍດີ ຍັງເຫັນດ້ານລົບຂອງມັນຍ້ອນຄວາມບໍ່ປອດໃສ ແລະ ບໍ່ປອດໄພຂອງຜູ້ເຮັດທຸລະກິດດ້ານນີ້ ໂດຍສະເພາະການໂພສຂາຍສິນຄ້າຕ້ອງຫ້າມທີ່ສົ່ງຜົນກະທົບຕໍ່ຊີວິດຂອງຜູ້ບໍລິໂພກ ເຊິ່ງປາກົດເຫັນໃນສື່ອອນລາຍເຊັ່ນວ່າການໂພສຂາຍຢາໄລ່ເລືອດທີ່ມີຄວາມຮຸນແຮງ,…