ໂລກຮ້ອນຂຶ້ນ ສັນຍານເຕືອນຂອງໄພພິບັດຮຸນແຮງ
ຄວາມລົ້ມເຫລວໃນການຫລຸດການປ່ອຍແກັສເຮືອນແກ້ວອາດເຮັດໃຫ້ສະພາບອາກາດປ່ຽນແປງເຊັ່ນ: ຝົນຕົກໜັກ, ນ້ຳຖ້ວມກະທັນຫັນ ກາຍເປັນເລື່ອງທີ່ເກີດຂຶ້ນເປັນປະຈຳ ແລະ ທະວີຄວາມຮຸນແຮງຂຶ້ນ. ໃນກາງເດືອນຜ່ານມາ, ຍີ່ປຸ່ນຕ້ອງພົບກັບນ້ຳຖ້ວມ ແລະ ແຜ່ນດິນເຈື່ອນໜັກທີ່ສຸດຄັ້ງໜຶ່ງຂອງປະເທດ ຈາກຝົນທີ່ວ່າກັນວ່າຕົກໜັກແບບບໍ່ເຄີຍເກີດຂຶ້ນມາກ່ອນ ຕ້ອງອົບພະຍົບປະຊາຊົນນັບລ້ານຄົນ. ເຖິງວ່າໄລຍະເວລານັ້ນຈະເປັນໄລຍະທີ່ຍີ່ປຸ່ນຕ້ອງພົບຝົນຕົກໜັກຢູ່ແລ້ວ, ແຕ່ສະພາບອາກາດປ່ຽນແປງ (extreme weather) ແບບນີ້ມີທ່າອ່ຽງຈະເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນຈົນກາຍເປັນເລື່ອງປົກກະຕິ ເນື່ອງມາຈາກການປ່ຽນແປງຂອງສະພາບອາກາດ….