10 ສິ່ງທີ່ຄວນລະວັງ ເມື່ອໃຊ້ຫ້ອງນ້ຳສາທາລະນະ
ຫ້ອງນ້ຳສາທາລະນະ ເປັນສະຖານທີ່ລວມເຊື້ອພະຍາດຫາກໃຊ້ຢ່າງບໍ່ລະມັດລະວັງ ນອກຈາກຕ້ອງເລືອກຫ້ອງນ້ຳທີ່ສະອາດເຮັດຄວາມສະອາດລະຫວ່າງມື້ເປັນປະຈຳໆ ເພື່ອຫລຸດການສະສົມຂອງເຊື້ອພະຍາດແລ້ວ ຍັງຕ້ອງລະວັງບໍ່ແຜ່ເຊື້ອພະຍາດຈາກຕົນເອງສູ່ຜູ້ອື່ນພ້ອມ ເຊິ່ງມື້ນີ້ຈະມາແນະນຳວິທີການໃຊ້ຫ້ອງນ້ຳສາທາລະນະໃຫ້ປອດໄພຈາກເຊື້ອພະຍາດເອົາໄວ້ດັ່ງນີ້: 10 ສິ່ງທີ່ຄວນລະວັງ ເມື່ອໃຊ້ຫ້ອງນ້ຳສາທາລະນະ ເລືອກຫ້ອງນ້ຳທີ່ມີຄົນໃຊ້ໜ້ອຍ ອາດຈະເປັນໂຊນທີ່ບໍ່ຄ່ອຍມີຄົນໃຊ້ ຫ້ອງນ້ຳຊັ້ນທີ່ບໍ່ຄ່ອຍມີຄົນຫລາຍ ຫລື ຫ້ອງນ້ຳສຸດທ້າຍທາງໃນສຸດ ເປັນຕົ້ນ. (ຂໍ້ຄວນລະວັງ ຫາກສະຖານທີ່ເບິ່ງບໍ່ຄ່ອຍໜ້າໄວ້ໃຈ ຫຼື ງຽບຜິດປົກກະຕິບໍ່ມີຄົນໃຊ້ບໍລິການເລີຍພຽງແຕ່ຄົນດຽວ ຄວນໄປຫ້ອງນ້ຳກັບໝູ່)…