ເອົາໃຈໃສ່ອະນາໄມເຮືອນຊານ ໄປຄຽງຄູ່ກັບ ການປະຕິບັດມາດຕະການ 5ປ ຢ່າງຄັ່ງຂັດ
ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍນັບມື້ເພີ່ມຂຶ້ນ ແລະ ເຫັນວ່າການລະບາດຂອງພະຍາດໄຂ້ຍຸງລາຍຍັງບໍ່ມີທີທ່າວ່າຈະຫລຸດລົງ, ຍິ່ງໄປກວ່ານັ້ນ ຍັງເຮັດໃຫ້ມີກໍລະນີເສຍຊີວິດນຳອີກ. ສະນັ້ນ, ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ ທຸກພາກສ່ວນໃນສັງຄົມ ລວມເຖິງພໍ່ແມ່ປະຊາຊົນຈົ່ງພ້ອມໃຈກັນຂວໍ້າພາຊະນະທີ່ເກັບກັກນໍ້າຕາມສະຖານທີ່ຕ່າງໆ ເປັນຕົ້ນ ຫ້ອງການ, ສະຖານທີ່ສາທາລະນະ ແລະ ບ້ານເຮືອນຂອງໃຜລາວ ເພື່ອບໍ່ໃຫ້ຍຸງລາຍມີບ່ອນວາງໄຂ່ ແລະ ພ້ອມໃຈກັນທຳລາຍແຫລ່ງເພາະພັນຍຸງລາຍ…