ໄຟຟ້າຈະນຳພາປະເທດຊາດຈະເລີນຮັ່ງມີໃນອະນາຄົດ
ໂດຍ:ທິດກໍ່າ ນັບແຕ່ປີ 2019 ຫາທ້າຍປີ 2020 ຖືວ່າເປັນໄລຍະທີ່ມີກະແສສັງຄົມໄດ້ຕຳນິວິຈານເລື່ອງໄຟຟ້າຢ່າງໂດດເດັ່ນຫລວງຫລາຍພໍສົມຄວນ. ບາງຄົນກໍເວົ້າວ່າ: ຄ່າກະແສໄຟຟ້ານັບມື້ແພງຂຶ້ນຕິກໆ, ບາງຫາງສຽງກໍເວົ້າວ່າ: ພະນັກງານໄຟຟ້າຈົດເລກກົງເຕີບໍ່ຖືກກັບຕົວຈິງ, ບາງຄົນກໍເວົ້າວ່າ: ໃຊ້ກະແສໄຟຟ້າໜ້ອຍແຕ່ມູນຄ່າຈ່າຍພັດເກີນຄວາມເປັນຈິງໂພດ, ຍິ່ງໄປກວ່ານັ້ນ ພັດມີຫາງສຽງວ່າ: ບໍລິສັດໄຟຟ້າແທນທີ່ຈະບໍລິການປະຊາຊົນ ຊ້ຳພັດມາໂກງກິນເງິນນຳປະຊາຊົນ ແລະ ຍັງມີຫາງສຽງອື່ນໆທີ່ຈົງໃຈຕຳນິວິຈານກັນແບບຕ່າງໆນາໆ. ທັງໝົດທີ່ກ່າວມານີ້…