ໄຟອຳນາດໃນນະຄອນຫລວງຍັງແກ້ໄຂຍາກ
ດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: ໄຟອຳນາດເປັນສິ່ງສຳຄັນຍິ່ງໃນການຊ່ວຍຄວບຄຸມລະບຽບການສັນຈອນໃນຈຸດ 3 ແຍກ, 4 ແຍກຕ່າງໆ. ແດງແມ່ນຄວບຄຸມໃຫ້ຜູ້ໃຊ້ລົດໃຊ້ຖະໜົນຕ້ອງຢຸດ, ຂຽວແມ່ນສິດປ່ອຍໃຫ້ໄປ ແລະ ເຫລືອງແມ່ນເຕືອນສະຕິໃຫ້ຜູ້ຈະລາຈອນເຫລົ່ານັ້ນຕ້ອງກະກຽມເພື່ອຢຸດ ຫລື ເລີ່ມອອກໄປໄດ້. ແຕ່ແລ້ວໃນປັດຈຸບັນ ໄຟອຳນາດສຳຄັນເຫລົ່ານັ້ນໃນນະຄອນຫລວງເຮົາຫລາຍບ່ອນເປັນອຳມະພາດ ຕ້ອງໄດ້ປັບປຸງແກ້ໄຂ ເພາະບາງຈຸດກໍຢູ່ໃນສະພາບເກົ່າແກ່ຊຸດໂຊມ, ບາງຈຸດກໍຕິດຂັດເລື່ອງເຕັກນິກການຄວບຄຸມ ແລະ ບາງຈຸດກໍຍ້ອນຜູ້ຮັບເໝົາກໍ່ສ້າງເສັ້ນທາງຕິດຕັ້ງບໍ່ທັນໄດ້ມາດຕະຖານ ແລະ…