ໄຟແດງເປັນອຳມະພາດອາດສ່ຽງຕໍ່ອຸປະຕິເຫດໄດ້ງ່າຍ
ໂດຍ: ທິດກໍ່າ ສະພາບໄຟແດງ ຫລືວ່າ ໄຟອຳນາດທີ່ຢູ່ຕາມສີ່ແຍກໄດ້ເກີດອຳມະພາດໃຊ້ການບໍ່ໄດ້ໃນບາງຈຸດ, ບາງບ່ອນຢູ່ກະໂຕນະຄອນຫລວງວຽງຈັນ ແມ່ນມັກມີໃຫ້ເຫັນເລື້ອຍໆ. ໃນເມື່ອມັນຕິດຂັດໃຊ້ການບໍ່ໄດ້ໄປແລ້ວ ກວ່າຈະມີການບຳລຸງຮັກສາສ້ອມແປງມັນກໍຕ້ອງໄດ້ໃຊ້ເວລາຫລາຍວັນ, ຫລາຍອາທິດ ຫລື ບາງບ່ອນກໍແກ່ຍາວເປັນເດືອນ ຈຶ່ງສາມາດນຳໃຊ້ໄດ້. ອັນສາເຫດຫລັກທີ່ເຮັດໃຫ້ມັນຊັກຊ້າຄືແນວນີ້ ກໍອາດຍ້ອນປັດໄຈເລື່ອງງົບ, ເລື່ອງເງິນເປັນຕົ້ນຕໍ ເພາະກວ່າຈະໄດ້ງົບມາສ້ອມແປງຄືນ ຫລື ຈະໄວ…