ອົງການອະນາໄມໂລກຂໍວັກຊີນປ້ອງກັນອະຫິວາໃຫ້ໄຮຕິ ຄາດວ່າການແພ່ລະບາດອາດລຸກລາມ
ອົງການອະນາໄມໂລກ (WHO) ກຳລັງຕັ້ງເຕັ້ນເພື່ອປິ່ນປົວຜູ້ຕິດເຊື້ອພະຍາດອະຫິວາໃນໄຮຕິ ແລະ ຈະຮ້ອງຂໍການຈັດຫາວັກຊີນຊະນິດຮັບປະທານເພື່ອປ້ອງກັນພະຍາດນີ້ ເຊິ່ງກັບມາລະບາດອີກໂດຍບໍ່ຄາດຄິດ, ຂະນະທີ່ປະເທດຢຸດສະງັກຈາກການປິດກັ້ນຂອງແກ້ງອາດຊະຍາກຳ. ວັນທີ 5 ຕຸລາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ມາຮອດປັດຈຸບັນ ໄຮຕິມີລາຍງານຜູ້ເສຍຊີວິດຈາກພະຍາດອະຫິວາແລ້ວຢ່າງໜ້ອຍ 7 ຄົນ. ຂະນະທີ່ WHO ກ່າວເຕືອນວ່າ: ຜູ້ຕິດເຊື້ອກ່ອນໜ້ານີ້ບາງຄົນອາດບໍ່ມີການກວດພົບເຊື້ອ…