ວາງແຜນເຮັດໜັງສືຜ່ານແດນລ່ວງໜ້າ ແລະ ເຮັດຕາມຂັ້ນຕອນ ບໍ່ຕ້ອງເສຍຄ່ານາຍໜ້າ 2.500.000 ຫາ 4.000.000 ກີບ
ຕະຫລອດໄລຍະຜ່ານມາ ທີມຂ່າວໜັງສືພິມລາວພັດທະນາ ໄດ້ຮັບການສ່ອງແສງຈາກປະຊາຊົນຈຳນວນຫລາຍ ວ່າ ບັນຫາການເຮັດໜັງສືຜ່ານແດນຊັກຊ້າ ແລະ ຍັງພົບເຫັນນາຍໜ້າມາຮັບລັດຄິວ ຍັງມີໃຫ້ເຫັນຫລາຍ. ປະຊາຊົນທ່ານໜຶ່ງເລົ່າວ່າ ວັນທີ 17 ມັງກອນ 2024 ນີ້ ຕົນເອງໄດ້ໄປສຳພາດ ເຮັດໜັງສືຜ່ານແດນ ຕາມນັດໝາຍທີ່ໄດ້ຈອງຄິວຜ່ານເວັບໄຊຂອງກົມກົງສຸນ ແຕ່ໃນຂະນະທີ່ພວມຈະຍ່າງເຂົ້າດ້ານໃນກົມກົງສຸນ ໄດ້ມີນາຍໜ້າຄົນໜຶ່ງເຂົ້າມາສະເໜີລັດຄິວເຮັດໜັງສືຜ່ານແດນແບບດ່ວນ ໂດຍສະເໜີລາຄາ…