ຢ່າໃຫ້ວັນວາເລັນທາຍ 14 ກຸມພາ ທຳລາຍຄວາມບໍລິສຸດຂອງຕົນ
ບົດຄວາມ: ລາວພັດທະນາ ອີກບໍ່ພໍເທົ່າໃດມື້ຂ້າງໜ້າ, ວັນທີ 14 ກຸມພາ ກໍຈະມາຈອດຮອດຕີນຂັ້ນໄດຊີວິດຮັກຂອງໜຸ່ມໆສາວໆກັນແລ້ວ ໂດຍຫລາຍປີຜ່ານມາ, ຫລາຍຄົນ ບອກວ່າ: ວັນແຫ່ງຄວາມຮັກນີ້ ຄືສາເຫດໜຶ່ງເຮັດໃຫ້ບ່າວສາວເປັນຈຳນວນຫລາຍເສຍຄວາມບໍລິສຸດກ່ອນການແຕ່ງດອງ. ຂະນະດຽວກັນບາງເທື່ອຄູ່ຮັກບໍ່ມາຫາ ຫລື ບໍ່ອວຍພອນ ບໍ່ມີດອກໄມ້ ຫລື ຂອງຂວັນໃຫ້ກໍໂສກເສົ້າເສຍໃຈ ຊຶ່ງບາງຄົນເຖິງຂັ້ນຄິດທໍາຮ້າຍຕົນເອງກໍມີ. …