ສານສູງມາເລເຊຍຕັດສິນອະດີດນາຍົກ ນາຈິບ ມີຄວາມຜິດທຸກຂໍ້ຫາ ໃນຄະດີທຳອິດທີ່ເຊື່ອມໂຍງການທຸຈະລິດກອງທຶນ 1MDB
ສານສູງມາເລເຊຍມີຄຳພິພາກສາໃຫ້ອະດີດນາຍົກລັດຖະມົນຕີ ນາຈິບ ຣາຊັກ ມີຄວາມຜິດທຸກຂໍ້ຫາໃນຄະດີທຳອິດຈາກທັງໝົດ 35 ຄະດີທີ່ກ່ຽວຂ້ອງກັບການທຸຈະລິດກອງທຶນ 1MDB. ລາຍລະອຽດຄະດີທຳອິດນີ້ກ່ຽວຂ້ອງກັບການໃຊ້ເງິນງົບປະມານກອງທຶນ 1MDB ແບບບໍ່ເໝາະສົມຂອງທ່ານ ນາຈິບ ດ້ວຍການສໍ້ໂກງເງິນຈຳນວນ 42 ລ້ານຣິງກິດ ຈາກ SRC International ເຊິ່ງເປັນໜ່ວຍງານໜຶ່ງຂອງກອງທຶນ 1MDB ໂອນໄປໃຫ້ບັນຊີສ່ວນຕົວຂອງທ່ານຫລາຍບັນຊີ….