IMF ຫລຸດຄາດຄະເນ GDP ໂລກ ເປັນຕິດລົບ 4,9% ເຕືອນໂຄວິດ-19 ດຶງເສດຖະກິດຫລຸດຖອຍ-ຟື້ນຕົວ ຊ້າກວ່າການຄາດຄະເນ
ກອງທຶນການເງິນສາກົນ (IMF) ຫລຸດຄາດຄະເນເສດຖະກິດໂລກວ່າຈະຫລຸດລົງ 4,9% ໃນປີ 2020 ຈາກການຄາດຄະເນໃນເດືອນເມສາວ່າຈະຕິດລົບ 3% ເນື່ອງຈາກມີທ່າອ່ຽງທີ່ວິກິດການລະບາດຂອງໂຄວິດ-19 ຈະສົ່ງຜົນໃຫ້ເສດຖະກິດຫລຸດຖອຍຮຸນແຮງ ແລະ ຟື້ນຕົວຊ້າກວ່າການຄາດຄະເນໄວ້ໃນຕອນທຳອິດ. IMF ຄາດຄະເນວ່າ: ການຫລຸດລົງຂອງເສດຖະກິດທົ່ວໂລກໃນປີນີ້ຈະມີຄວາມຮຸນແຮງຫລາຍທີ່ສຸດນັບແຕ່ຍຸກເສດຖະກິດຕົກຕໍ່າຄັ້ງໃຫຍ່ໃນທົດສະວັດ 1930 ຫລື Great Depression. ສ່ວນໃນປີ…