ເຊີນຊວນທຸກທ່ານເຂົ້າຮ່ວມງານເທສະການສະຕາດອັບລາວ 2022 ຊີງເງິນ 100.000.000 ກີບ
ເທດສະການສະຕາດອັບລາວ Lao Startup Fest 2022 ແມ່ນເປັນກິດຈະກຳໜຶ່ງທີ່ສຳຄັນ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025 ແລະ ທັງເປັນການຜັນຂະຫຍາຍຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ນອກນັັ້ນ, ກໍເປັນການສົ່ງເສີມທຸລະກິດສະຕາດອັບ ໃຫ້ສາມາດເຂົ້າເຖິງຕະຫລາດທັງພາຍໃນ ແລະ ຕ່າງປະເທດ, ທັງເປັນການເຜີຍແຜ່ສ້າງຈິດສຳນຶກໃຫ້ແກ່ຜູ້ປະກອບກິດຈະການທຸລະກິດສະຕາດອັບກ່ຽວກັບກົດໝາຍ ແລະ…