ໂຄວິດ-19 ພາໃຫ້ເຮົາຫັນປ່ຽນຊີວິດໃໝ່
ທິດກໍ່າ ໃນສະໄໝພຸດທະການ, ກ່ອນພະພຸດທະເຈົ້າຈະນິພານໄປຈາກໂລກໃບນີ້ໄປ ພະອົງໄດ້ຕັດສັ່ງໄວ້ວ່າ: ເມື່ອສາສະໜາພຸດກ້າວເຂົ້າຮອດປີ 2500 ຂຶ້ນໄປ ໂລກຂອງເຮົາຈະມີອັນເປັນໄປໃນທິດທາງບໍ່ດີຫລາຍຢ່າງ ເປັນຕົ້ນຈະເກີດພາຍຸລົມແຮງແຜ່ນດິນໄຫວ, ຈະເກີດອັກຄີໄພ, ຈະເກີດອຸທົກກະໄພຈົນເກີດຟ້າຜ່າ, ຈະເກີດຮ້ອນເກີນໄປໜາວເກີນໄປ, ຈະເກີດສານພິດຕ່າງໆ ແລະຈະເກີດສານພິດຕ່າງໆ ແລະຈະເກີດກາລະໂຣກຕ່າງໆຕໍ່ມວນມະນຸດເຮົາ.ຈາກເຫດໄພພິບັດ ແລະ ໂຣຄາພະຍາດຕ່າງໆທີ່ເກີດຂຶ້ນນັ້ນຈະເຮັດໃຫ້ມວນມະນຸດມີຄວາມລຳບາກກາກກຳ, ຍາກເຂັນ,ສັບສົນອົນລະເວງ ແລະເກີດຄວາມເດືອດຮ້ອນຫລາຍປະການຄື: ເປັນທຸກຍ້ອນເກີດເສິກສົງຄາມບໍ່ແລ້ວບໍ່ທົ່ວ,…