ວັນແມ່ຍິງສາກົນ ຄົບຮອບ 111 ປີ
ວັນແມ່ຍິງສາກົນ, (International Working Women’s Day) ກົງກັບວັນທີ 8 ມີນາ ຂອງທຸກໆປີ. ເມື່ອຮອດວັນນີ້ມາເຖິງ ທົ່ວໂລກຈະຮ່ວມກັນສະເຫຼີມສະຫຼອງ ໃນປີ 2021 ແມ່ນຄົບຮອບ 111 ປີແລ້ວ. ປະຫວັດຂອງ “ວັນແມ່ຍິງສາກົນ” ເກີດຂຶ້ນຈາກກຳມະການຍິງ ໃນໂຮງງານຜະຫຼິດແຜ່ນແພ...
ກຳປູເຈຍຜ່ານຮ່າງກົດໝາຍວ່າດ້ວຍການຕ້ານໂຄວິດ-19 ດ້ວຍມາດຕະການທີ່ເຂັ້ມງວດ
ລາຍງານຂ່າວຕ່າງປະເທດ ວັນທີ 5 ມີນານີ້ ໃຫ້ຮູ້ວ່າ ກຳປູເຈຍຜ່ານຮ່າງກົດໝາຍວ່າດ້ວຍການຕ້ານໂຄວິດ-19 ດ້ວຍມາດຕະການທີ່ເຂັ້ມງວດ, ໂດຍຈະຖືກຈຳຄຸກ 3 ປີຕໍ່ຜູ້ທີ່ລ່ວງລະເມີດມາດຕະການຮັກສາໄລຍະຫ່າງ ຫຼື ອາດຈະສູງເຖິງ 20 ປີຖ້າຫາກມີເຈດຕະນາແພ່ເຊື້ອໄວຣັດໃສ່ຄົນອື່ນໂດຍມີການຈັດຕັ້ງ. ພວກມະນຸດສະທຳອອກມາວິພາກວິຈານກົດໝາຍສະບັບນີ້ຢ່າງໜັກ. ລັດຖະມົນຕີກະຊວງສາທາລະສະສຸກກະປູເຈຍ Mam Bunheng ເອີ້ນກົດໝາຍສະບັບນີ້ວ່າ “ເປັນພື້ນຖານດ້ານກົດໝາຍທີ່ໜັກແໜ້ນເພື່ອຄວບຄຸມ...
ແມ່ຍິງລາວໃນຍຸກໃໝ່ໄຟແຮງ
ໂດຍ: ທິດກໍ່າ ເມື່ອຕັ້ງໂຈດກັນວ່າແມ່ຍິງລາວໃນຍຸກນີ້ແຕກຕ່າງກັບສະໄໝກ່ອນແນວໃດ ? ຄຳຕອບກໍມີຢູ່ວ່າ “ແຕກຕ່າງກັນຫລາຍອີ່ຫລີ” ຍ້ອນວ່າໃນສະໄໝກ່ອນແມ່ຍິງລາວມີຄວາມທຸກ ແລະ ຖືກຜົນກະທົບຈາກສະພາບແວດລ້ອມຫລາຍດ້ານ ເພາະວ່າໃນຍຸກກ່ອນ ປະເທດຊາດໄດ້ຕົກເປັນຫົວເມືອງຂຶ້ນຂອງສັກດີນາຕ່າງດ້າວ ແລະ ຈັກກະພັດເຂົ້າມາບຸກລຸກຮຸກຮານແລ້ວຍຶດເອົາປະເທດເຮົາເປັນຫົວເມືອງຂຶ້ນເປັນເວລາຍາວນານຫລາຍຮ້ອຍປີ. ຈາກສະພາບດັ່ງກ່າວ ປະເທດຊາດຕ້ອງຕົກຢູ່ໃນຊາຕາອາພັບ, ທຸກຍາກຂາດເຂີນ ແລະ ດ້ອຍພັດທະນາມາເປັນເວລາຫລາຍທົດສະວັດ. ໃນຍຸກກ່ອນ,...
ຄຳມ່ວນ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຮອບທໍາອິດ 13.600 ໂດສ ຈາກສູນກາງ
ໃນວັນທີ 5 ມີນາ 2021 ທ່ານ ດຣ ສົມບູນ ຄໍາພິທູນ ຫົວໜ້າຂະແໜ່ງອະນາໄມ ສົ່ງເສີມສຸຂະພາບ ໃຫ້ຮູ້ວ່າ: ແຜນປະຕິບັດການຈັດສັນ ສັກວັກຊີນປ້ອງກັນພະຍາດໂຄວິດ- ພາຍໃນແຂວງ ຕົ້ນເດືອນ ມີນາ ນີ້ແມ່ນມີເປົ້າໝາຍສັກໃຫ້ຜູ້ທີ່ມີຄວາມສ່ຽງເຊັ່ນ: ພະນັກງານແພດໝໍຂອງກະຊວງສາທາ, ແພດໝໍຂອງກະຊວງປ້ອງກັນປະເທດ, ແພດໝໍຂອງກະຊວງປ້ອງກັນຄວາມສະຫງົບ,...
ຫວັງຊີງຊັບ ສຸດທ້າຍຖືກຈັບຄາທີ່
ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ວັນທີ 5 ມີນາ 2021 ມີຊາຍ 2 ຄົນ, ຂີ່ລົດຈັກຊ້ອນກັນກໍ່ເຫດຊີງຊັບດ້ວຍການດຶງກະເປົາຍິງສາວທີ່ຂີ່ລົດຈັກຄົນດຽວຢູ່ບໍລິເວນໃກ້ຕະຫຼາດບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ແຕ່ໂຊກບໍ່ເຂົ້າຂ້າງ ຂະນະທີ່ດຶງກະເປົານັ້ນເຮັດໃຫ້ລົດຈັກຂອງຜູ້ເສຍ ແລະ ຜູ້ກໍ່ເຫດລົ້ມລົງ, ພົນລະເມືອງດີຢູ່ບໍລິເວນໃກ້ຄຽງຕັດສິນໃຈເຂົ້າຈັບກຸມ ແລະນຳຕົວສົ່ງເປົ້າໝາຍທັງ 2...
ສະຫະລັດສັກວັກຊີນຕ້ານໂຄວິດ-19, 2 ລ້ານໂດສ ຕໍ່ວັນ
ສຳນັກຂ່າວ New York Times ລາຍງານເມື່ອວັນ ທີ 5 ມີນານີ້ ໃຫ້ຮູ້ວ່າ ສະຫະລັດກຳລັງດຳເນີນການສັກວັກຊີນສະເລ່ຍ 2 ລ້ານໂດສຕໍ່ວັນ ຊຶ່ງເປັນການເພີ່ມຂຶ້ນຢ່າງໄວວາຖ້າທຽບໃສ່ກ່ອນໜ້ານີ້ ໜຶ່ງເດືອນໄດ້ພຽງ 1,3 ລ້ານໂດສຕໍ່ວັນ. ຖ້າຫາກຈັ່ງວະການສັກວັກຊີນດຳເນີນໄປໃນຈັ່ງວະຄືແນວນີ້ ກໍຈະເຮັດໃຫ້ ປະທານາທິບໍດີ ໂຈໄບເດັນ...
ຈີນເພີ່ມງົບປະມານດ້ານວຽກງານປ້ອງກັນຊາດໃນປີ 2021
ສຳນັກຂ່າວ ຣອຍເຕີ ລາຍງານເມື່ອວັນທີ 5 ມີນານີ້ ໃຫ້ຮູ້ວ່າ ເປົ້າໝາຍເພີ່ມງົບປະມານດ້ານການທະຫານຂອງຈີນໃນປີນີ້ຈະເພີ່ມຂຶ້ນຢູ່ທີ່ 1,35 ພັນລ້ານ ຢວນ ຫຼື ປະມານ 208,47 ຕື້ໂດລາ, ເພີ່ມຂຶ້ນ 6,8% ເມື່ອທຽບໃສ່ປີ 2020. ສຳນັກຂ່າວ ຣອຍເຕີ...
ປີ 2020 ຍອດມູນຄ່າຜະລິດຕະພັນພາຍໃນຂອງຈີນບັນລຸ 2,3%
ວັນທີ 5 ມີນານີ້, ທ່ານຫຼີເຄີ້ສຽງ, ນາຍົກລັດຖະມົນຕີຈີນ ໄດ້ຜ່ານບົດລາຍງານວຽກງານລັດຖະບານໃນພິທີໄຂກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 . ບົດລາຍງານຊີ້ອອກວ່າ, ປີທີ່ຜ່ານມາ ເປັນປີທີ່ບໍ່ທຳມະດາທີ່ສຸດໃນປະຫວັດສາດຂອງ ສປ ຈີນ, ໂດຍຜະເຊີນໜ້າກັບຜົນກະທົບທີ່ຮ້າຍແຮງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະເສດຖະກິດໂລກຊຸດໂຊມລົງ ແລະບັນຫາອື່ນໆ,ແຕ່ພາຍໃຕ້ການຊີ້ນຳແລະນຳພາຂອງພັກກອມມູນິດຈີນ,ສປຈີນໄດ້ປະສົບຜົນສຳເລັດທີ່ມີລັກສະນະຍຸດທະສາດສຳຄັນໃນການປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ກາຍເປັນປະເທດດຽວໃນກຸ່ມເສດຖະກິດໂລກທີ່ສຳຄັນທີ່ບັນລຸການເຕີບໂຕດ້ານເສດຖະກິດ,...
ລະວັງຖືກຂອງປອມຈາກພາຍນອກເຂົ້າໃນ
ໂດຍ: ທິດກໍ່າ ອີງຕາມແຫລ່ງຂ່າວຜ່ານສື່ອອນລາຍຈາກສະຖານີໂທລະພາບຊ່ອງ 3 ປະເທດໄທ ໃນອາທິດຜ່ານມາວ່າ: ທາງຕຳຫລວດໄທ ພ້ອມເຈົ້າໜ້າທີ່ກ່ຽວຂ້ອງສາມາດກວດຈັບໂຮງງານແຫ່ງໜຶ່ງທີ່ຜະລິດສິນຄ້າປອມຫລາຍຊະນິດເຊັ່ນ: ແປ້ງນົວ, ນ້ຳຢາລ້າງຈານ, ສະບູ ແລະ ສິນຄ້າປະເພດອື່ນໆອີກຫລາຍຢ່າງ. ແຫລ່ງຂ່າວຍັງບອກຕື່ມວ່າ: ສິນຄ້າດັ່ງກ່າວນອກຈາກສົ່ງໃຫ້ລູກຄ້າຢູ່ພາຍໃນປະເທດແລ້ວ ຍັງສົ່ງອອກຂາຍໃຫ້ປະເທດໃກ້ຄຽງທີ່ມີຊາຍແດນຕິດຕໍ່ກັບປະເທດໄທ. ເມື່ອເຫັນຂ່າວນີ້ອອກມາ ມັນກໍໜ້າເປັນຫ່ວງ ທັງເປັນຕາຢ້ານ ແລະ...