ວັນທີ 5 ມີນານີ້, ທ່ານຫຼີເຄີ້ສຽງ, ນາຍົກລັດຖະມົນຕີຈີນ ໄດ້ຜ່ານບົດລາຍງານວຽກງານລັດຖະບານໃນພິທີໄຂກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 . ບົດລາຍງານຊີ້ອອກວ່າ, ປີທີ່ຜ່ານມາ ເປັນປີທີ່ບໍ່ທຳມະດາທີ່ສຸດໃນປະຫວັດສາດຂອງ ສປ ຈີນ, ໂດຍຜະເຊີນໜ້າກັບຜົນກະທົບທີ່ຮ້າຍແຮງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະເສດຖະກິດໂລກຊຸດໂຊມລົງ ແລະບັນຫາອື່ນໆ,ແຕ່ພາຍໃຕ້ການຊີ້ນຳແລະນຳພາຂອງພັກກອມມູນິດຈີນ,ສປຈີນໄດ້ປະສົບຜົນສຳເລັດທີ່ມີລັກສະນະຍຸດທະສາດສຳຄັນໃນການປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ກາຍເປັນປະເທດດຽວໃນກຸ່ມເສດຖະກິດໂລກທີ່ສຳຄັນທີ່ບັນລຸການເຕີບໂຕດ້ານເສດຖະກິດ,…