ຄຸນປະໂຫຍດໜ້າຮູ້ຈາກໜໍ່ໄມ້ຝຣັ່ງ

     ໜໍ່ໄມ້ຝຣັ່ງ ຫລື  ແອສພາຣາ ກັສ(Asparagus) ເປັນພືດພື້ນເມືອງແຖວເອີຣົບ ແລະ ອາຟຣິກາ ມີທັງຊະນິດທີ່ເປັນໜໍ່ສີຂຽວ ແລະ ໜໍ່ສີຂາວ ເຊິ່ງນອກຈາກຈະກິນແຊບແລ້ວ ໜໍ່ໄມ້ຝຣັ່ງຍັງອຸດົມໄປ ດ້ວຍຄຸນຄ່າທາງສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍຫລາຍ. ສານອາຫານທີ່ພົບໃນໜໍ່ໄມ້ຝຣັ່ງມີທັງໂປຣຕິນ, ແຮ່ທາດຊະນິດຕ່າງໆ ເຊັ່ນ : ທາດສັງກະສີ, ທອງແດງ,…

ເຕັກນິກເພີ່ມທັກສະການເປັນຫົວໜ້າທີມທີ່ມີປະສິດທິພາບ

     ການເຮັດວຽກຮ່ວມກັນນັ້ນມີບັນຫາຫລວງຫລາຍ ໜຶ່ງໃນບັນຫາທີ່ເກີດຫລາຍແມ່ນການບໍ່ມີ ຄວາມເຄົາລົບກັນ ບັນຫານີ້ແກ້ໄຂໄດ້ເລີ່ມຈາກໂຕທ່ານເອງກ່ອນ. ສ້າງຄວາມສຳຄັນໃຫ້ກັບຄວາມເປັນທີມ ແລະ ຮັກສາບັນຍາກາດເຫລົ່ານັ້ນໄວ້ຕະຫລອດ : ລູກທີມຈະຮູ້ສຶກເຖິງຄວາມເປັນທີມໄດ້ກໍຕ້ອງເລີ່ມຈາກຫົວໜ້າກ່ອນ ຫາກທ່ານເອງຍັງບໍ່ເຫັນວ່າທີມງານນີ້ເຂັ້ມແຂງ ຫາກທ່ານຍັງບໍ່ມີຄວາມຮູ້ສຶກທີ່ຈະເປັນບ່ອນຍຶດຈັບໃຫ້ກັບທຸກຄົນໄດ້ ແລ້ວໃຜຈະສັດທາກັບໂຄງການນີ້. ເຊື່ອຖືສະມາຊິກໃນທີມຂອງທ່ານ : ໂດຍການມອບໝາຍໃຫ້ເໝາະສົມກັບແຕ່ລະຄົນ ຫາກທ່ານໄວ້ວາງໃຈພວກເຂົາໃຫ້ຮັບໜ້າທີ່ໆສຳຄັນ ພວກເຂົາຈະເກີດຄວາມພູມໃຈ ເປັນແຮງຊຸກຍູ້ໃຫ້ເຮັດໜ້າທີ່ນັ້ນໄດ້ດີ ແລະ…

12 ຫລັກການຊ່ວຍທ່ານໃນການສ້າງຜົນງານ

ຄວາມເຊື່ອໃນຕົນເອງຄວນເປັນຂອງຕົນເອງຫລາຍກ່ວາຈື່ຈາກເຂົາມາເຊື່ອ. ຂຽນເປົ້າໝາຍຂອງຕົນເອງເປັນໂຕໜັງສືລົງໃສ່ເຈ້ຍໃຫ້ຈະແຈ້ງດ້ວຍຕົນເອງ. ເຮັດວຽກເປັນທີມ (ຮັກສາຄວາມສຳພັນທ່ີດີຕໍ່ບຸກຄົນອ້ອມຂ້າງ) ຂອງຕົນເອງ. ພູມໃຈໃນຄວາມສາມາດຂອງຕົນເອງ ຄິດວ່າເຮົາເຮັດໄດ້. ຄວນລົງມືເຮັດກ່ອນຕອບວ່າຂ້ອຍເຮັດໄດ້ຫລືບໍ່ໄດ້. ສະສົມປະສົບການໃຫ້ຫລາຍເພື່ອເປັນຕົ້ນທຶນຂອງການເຮັດວຽກ. ຝຶກເຮັດຫຍັງທີ່ຮູ້ສຶກຝືນໃຈໂຕເອງແດ່ ເຊັ່ນ : ໃຊ້ມືເບື້ອງທີ່ບໍ່ລຶ້ງ, ຢູ່ກັບຄວາມອຶດອັດ, ໃຊ້ອາລົມຢ່າງຮູ້ຄຸນຄ່າ, ຢູ່ກັບໂຕເອງແບບງຽບໆແດ່, ຮັກໂຕເອງໃຫ້ເປັນ. ຢ່າຟ້າວຊ່ວຍເຫລືອຄົນອື່ນໄວເກີນໄປ (ໃຈເຢັນໆ ເບິ່ງອົງປະກອບກ່ອນການຕັດສິນໃຈຊ່ວຍ)….

ມ່ວນແນ່ນອນ, ເຊລຊີ-ສະເປີ ແລະ ອາເຊນອລ-ແມນຊິຕີ ໃນຮອບຮອງຊະນະເລີດ ເອຟເອ ຄັບ

ການແຂ່ງຂັນ ເອຟເອ ຄັບ ອັງກິດ ປະຈຳລະດູການ 2016 -17 ໄດ້ 4 ທີມສຸດທ້າຍເຂົ້າມາ ຫລິ້ນໃນຮອບຮອງຊະນະເລີດ ແລ້ວ ໂດຍຄູ່ສຸດທ້າຍຮອບກ່ອນ ຮອງຊະນະເລີດ ແຊ໊ມເກົ່າ ແມນ ຢູໄນເຕັດ ຕ້ອງພາດໂອກາດຜ່ານ ເຂົ້າມາປ້ອງກັນແຊ໊ມ ຫລັງບຸກ…

ລູກາກູ ຍັງບໍ່ພ້ອມຕໍ່ສັນຍາກັບ ເອຟເວີຕັນ

ໂຣເມລູ ລູກາກູ ດາວຍິງຄົນ ສຳຄັນຂອງ ເອຟເວີຕັນ ຕົກເປັນ ຂ່າວວ່າລາວຍັງບໍ່ພ້ອມທີ່ຈະຕໍ່ສັນຍາສະບັບໃໝ່ກັບຕົ້ນສັງກັດອອກໄປ ເຖິງວ່າມີລາຍງານກ່ອນໜ້າ ນີ້ວ່າໃກ້ທີ່ຈະເຊັນແລ້ວກໍຕາມ. ກອງໜ້າທີມຊາດ ເບລ ຢຽມ ອາຍຸ 23 ປີ ຕົກເປັນຂ່າວ ວ່າຈະຂະຫຍາຍສັນຍາກັບຕົ້ນ ສັງກັດເພີ່ມອີກ 5 ປີ…

ນິຊິໂອກະ ພິກລ໊ອກຊະນະ ເບີດິດ ໃນລາຍການເຕັນນິສ ບີເອັນພີ ພາຣີໂບສ ໂອເພັນ

ການແຂ່ງຂັນເຕັນນິສ ເອທີ ພີທົວ ແລະ ດັບເບິລຢູທີເອທົວ ລາຍການ ບີເອັນພີ ພາຣິໂບສ ໂອ ເພນ ຊີງເງິນລາງວັນລວມ 13, 98 ໂດລາ ສະຫະລັດ ທີ່ເມືອງອິນ ດຽນ ເວລ, ແຄລິຟໍເນຍ ສະຫະ…

ເມື່ອຊຸດປະຈຳຊາດກາຍເປັນເຄື່ອງໝາຍການຄ້າ

ເປັນເລື່ອງໜ້າຄິດຫງໍາບໍ່ໜ້ອຍເມື່ອບໍ່ດົນມານີ້ສື່ສັງຄົມ (Laopost) ເພິ່ນໄດ້ເຜີຍແຜ່ຮູບພາບຂອງສາວພະນັກງານຮັບຕ້ອນຢູ່ໂຮງໝໍແຫ່ງໜຶ່ງໃນປະເທດໄທໃສ່ຊຸດປະຈຳຊາດລາວ, ຖ້າຫາກຂໍ້ມູນດັ່ງກ່າວເປັນຄວາມຈິງ ກໍຄົງເປັນໜ້າສົນໃຈແລະຫຼາຍຄົນກໍອາດມີທັດສະນະຄະຕິທີ່ແຕກຕ່າງກັນໄປ. ຕໍ່ເຫດການດັ່ງກ່າວບາງຜ່ອງກໍວ່າມັນເປັນຍຸດທະວິທີທາງການຕະຫຼາດຂອງເຂົາເຈົ້າເພື່ອມັດໃຈແລະຂວັກເອົາເງິນຈາກກະເປົາຄົນລາວທີ່ນິຍົມໄປໃຊ້ບໍລິການຢູ່ໂຮງໝໍໄທຢູ່ແລ້ວຫຼືເອີ້ນວ່າເປັນຜູ້ໃຊ້ບໍລິການຫຼັກຂອງໂຮງໝໍເຂດແຂວງໜອງຄາຍ, ອຸດອນທານີກັນເລີຍ, ແຕ່ບາງຜ່ອງກໍວ່າເປັນການດີແລ້ວທີ່ເຂົານິຍົມໃຊ້ຊຸດຂອງຄົນລາວເພາະຄົນພາກອີສານກໍຄືຄົນລາວຕັ້ງແຕ່ກີ້. ຜູ້ຂຽນອາດບໍ່ລົງເລິກດອກວ່າຊຸດປະຈຳຊາດນັ້ນຄວນເຜີຍແຜ່ໃນຮູບແບບໃດຫຼືເປັນຂອງໃຜແຕ່ຢາກຂໍແລກປ່ຽນກ່ຽວກັບເລື່ອງລະບົບສາທາລະນະສຸກທີ່ເປັນເລື່ອງໜ້າສົນທະນາກັນບໍ່ເລິກບໍ່ແລ້ວ, ເປັນເພາະມັນກ່ຽວກັບຄວາມເປັນຄວາມຕາຍທີ່ພວກເຮົາໃສ່ໃຈເປັນພິເສດ. ກ່ອນອື່ນພວກເຮົາມາເບິ່ງຄວາມແຕກໂຕນກັນຂອງຄຸນນະພາບດ້ານລະບົບສາທາລະນະສຸກລະຫວ່າງເຮົາກັບປະເທດເພື່ອນບ້ານໂດຍອີງຕາມຕົວເລກຂອງອົງການອະນາໄມໂລກປີ 2015 ໃຫ້ຮູ້ວ່າໃນບັນດາປະເທດອາຊຽນປະເທດທີ່ມີລະບົບສາທາລະນະສຸກທີ່ດີທີ່ສຸດແມ່ນປະເທດສິງກະໂປ (ລຳດັບ 6 ຂອງໂລກ), ຮອງລົງມາແມ່ນບຼູໄນ (ລຳດັບ 40 ຂອງໂລກ),…

ເລີ່ມຊຸກຍູ້ກາານເກັບລາຍຮັບ 5 ແຂວງເຂົ້າງົບປະມານ

ໃນວັນທີ 13 ມີນານີ້ ຄະນະຮັບຜິດຊອບຊີ້ນໍາ ຊຸກຍູ້ການເກັບລາຍຮັບ 5 ແຂວງຄື: ນະຄອນຫລວງວຽງຈັນ, ຫລວງພະບາງ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລືກຽມຄວາມພ້ອມເຄື່ອນໄຫວວຽກງານຊຸກຍູ້ການເກັບລາຍຮັບຕົວຈິງຂຶ້ນທີ່ນະຄອນຫລວງວຽງຈັນເພື່ອ ແນໃສ່ເຮັດໃຫ້ການຄຸ້ມຄອງຈັດເກັບລາຍຮັບງົບປະມານບັນລຸຕາມແຜນການທີ່ວາງໄວ້. ທ່ານ ຮອງລັດຖະມົນຕີກະຊວງການເງິນອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນວ່າ: ການລົງຊຸກຍູ້ການເກັບລາຍຮັບຢູ່ບັນດາແຂວງດ່ັງກ່າວ…

ລັດຖະບານລາວມີຄວາມພະຍາຍາມສູງໃນການປົກປ້ອງສິດຄົນພິການ

  ວັນທີ 14 ມີນານີ້, ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ກົມນະໂຍບາຍຕໍ່ຜູ້ມີຜົນງານ, ກະຊວງແຮງານ ແລະ ສະຫວັດດີການສັງຄົມ ແລະ ສະຫະພາບເອີຣົບ ປະຈຳລາວ, ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດຂອງຄົນພິການ, ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ…

40 ກວ່າປະເທດຫາລືແຜນພັດທະນາລະບົບຂົນສົ່ງແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ

  ໃນວັນທີ 14 ມີນານີ້, ຢູ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ, ຄະນະຜູ້ແທນຂະແໜງການຂົນສົ່ງ, ສິ່ງແວດລ້ອມ ແລະ ສາທາລະນະສຸກຈາກ 46 ປະເທດໃນອາຊີ-ປາຊີຟີກ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນໄດ້ຮ່ວມກັນປຶກສາຫາລືແຜນພັດທະນາລະບົບຂົນສົ່ງແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ (EST) ຄັ້ງທີ 10 ໃນຫົວຂໍ້: “ແຜນດໍາເນີນງານວ່າດ້ວຍການຂົນສົ່ງແບບຍືນຍົງຮອດປີ…

error: Alert: ເນື້ອຫາຂ່າວມີລິຂະສິດ !!