ກະຊວງການເງິນຢຶນຢັນພະນັກງານລະເມີດ ຄໍາສັ່ງເລກທີ 15/ນຍ ຕ້ອງຖືກວິໄນເຂັ້ມງວດ
ພາຍຫລັງກະຊວງການເງິນໄດ້ຮັບຂໍ້ຂ້ອງໃຈຂອງສັງຄົມທີ່ວ່າຈະມີມາດຕະການແກ້ໄຂແນວໃດຕໍ່ພະນັກງານຂະແໜງການເງິນ, ໂດຍສະເພາະຜູ້ທີ່ຄຸ້ມຄອງການເກັບລາຍຮັບຕົວຈິງທີ່ໄດ້ດຳເນີນການປັບໄໝນຳຜູ້ກະທຳຜິດ ຫລື ຜິດລະບຽບກົດໜາຍແບບທັນທີທັນໃດ, ແຕ່ບໍ່ໄດ້ມອບເງິນປັບໃໝເຂົ້າງົບປະມານ, ຊຶ່ງເຮັດໃຫ້ງົບປະມານຮົ່ວໄຫລ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ, ຕໍ່ຂໍ້ສົນໃຈດັ່ງກ່າວກະຊວງການເງິນໄດ້ຊີ້ແຈງວ່າ: ຕາມລະບຽບແລ້ວ ການຢຶດ ຫລື ຮິບຊັບສິນ (ໂດຍສະເພາະໄມ້) ຕ້ອງໄດ້ດໍາເນີນຕາມຂັ້ນຕອນ ແລະ ປະຕິບັດເປັນໜູ່ຄະນະຜ່ານຂະບວນການສືບສວນ-ສອບສວນຫາຜູ້ກະທຳຜິດ, ກວດກາເອກກະສານຢັ້ງຢືນ, ສິດຄອບຄອງການໄດ້ມາ ແລະ…