ການປະກວດຮ້ອງເພງຊິງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຈະເລີ່ມຂຶ້ນໃນຕົ້ນເດືອນເມສານີ້

ໃນວັນທີ 28 ມີນານີ້, ທ່ານຫົວໜ້າກົມພາລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ບຸນສຸກ ທິລາສັກ, ທ່ານນາງ ແສງມະນີ ໄຊຍະກອນ ຜູ້ຈັດການເຄື່ອງດື່ມນ້ຳອັດລົມບໍລິສັດເບຍລາວຈຳກັດ ແລະ ທ່ານ ອານຸລັກ ປະຖຳມະວົງ ຜູ້ອຳນວຍການບໍລິຫານບໍລິສັດສາມາດອີເວັ້ນອໍການາຍເຊີຈຳກັດ,…

ລາວ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນລົງນາມໃນແຜນງານປະຈຳປີ 2017

ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບຄູ່ຮ່ວມງານ ແລະ ແຜນງານປະຈຳປີ 2017 ລະ ຫວ່າງກະຊວງສຶກສາທິການ ແລະ ກິລາ ແລະອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນປະຈຳລາວ ( UNFPA ) ໄດ້ມີຂຶ້ໃນວັນທີ 28 ມີນານີ້, ທີ່ນະຄອນຫຼວງວຽງຈັນລະຫວ່າງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ…

ລັດວິສາຫະກິດສະບຽງອາຫານນະຄອນຫລວງຮັບປະກັນການສະໜອງຊີ້ນຊ່ວງໄລຍະປີໃໝ່ໄດ້ພຽງພໍ

ທ່ານອໍານວຍການລັດວິສາຫະກິດສະບຽງອາຫານນະຄອນຫລວງວຽງຈັນ ໃຫ້ຮູ້ເມື່ອມໍ່ໆນີ້ວ່າ: ເພື່ອຮັບປະກັນການສະໜອງຊີ້ນ ແລະ ສະບຽງອາຫານຕ່າງໆໃຫ້ສັງຄົມໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວໄດ້ພຽງພໍນັ້ນ, ລັດວິສາຫະກິດຂອງຕົນໄດ້ແຈ້ງໃຫ້ບັນດາຜູ້ປະກອບການລ້ຽງສັດໃນນະຄອນຫລວງວຽງຈັນໄດ້ກະກຽມສັດລ້ຽງປະເພດໝູ, ງົວ, ຄວາຍ ແລະ ສັດປີກແຮໄວ້ເພື່ອສະໜອງໃຫ້ໂຮງງານຂ້າສັດ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດຕ່າງໆທີ່ຈະເພີ່ມສູງຂຶ້ນໃນໄລຍະດັ່ງກ່າວໄດ້ພຽງພໍ ແລະ ສໍາລັບໂຮງງານຂ້າສັດດອນດູ່ເມືອງຫາດຊາຍຟອງທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງລັດວິສາຫະກິດສະບຽງອາຫານກໍຈະໄດ້ເພີ່ມປະລິມານການສະໜອງຊີ້ນປະເພດຕ່າງໆໃຫ້ພຽງພໍ ຕາມຄວາມຕ້ອງການຂອງລູກຄ້າດ້ວຍລາຄາຂາຍສົ່ງຊີ້ນໝູ 19.000 ກີບ, ຊີ້ນງົວ-ຄວາຍ 68.000 ກີບ ແລະ…

ນະຄອນຫລວງວຽງຈັນຫາລືການແກ້ໄຂບັນຫານໍ້າເປື້ອນໃນຕົວເມືອງ

ກົມຊັບພະຍາກອນນໍ້າ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫລວງວຽງຈັນໄດ້ຮ່ວມກັນປຶກສາຫາລືກ່ຽວກັບວິທີການແກ້ໄຂບັນຫານໍ້າເປື້ອນ ແລະ ສິ່ງເສດເຫລືອໃນຕົວເມືອງ, ພາຍຫລັງເຫັນວ່າບັນຫາດັ່ງກ່າວມີລັກສະນະຮ້າຍແຮງເພີ່ມຂຶ້ນທຸກມື້, ອັນໄດ້ສົ່ງຜົນກະທົບບໍ່ດີຕໍ່ສະພາບແວດລ້ອມ ແລະ ສັງຄົມ. ກອງປະຊຸມໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງແມ່ນໍ້າທີ່ເປັນປັດໄຈພື້ນຖານຕໍ່ການດຳລົງຊິວິດຂອງມວນມະນຸດ, ລະບົບນິເວດວິທະຍາ, ສິ່ງທີ່ມີຊີວິດ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສປປ ລາວ ກໍເປັນປະເທດໜຶ່ງທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນນ້ຳ, ອັນໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການດຳລົງຊິວິດຂອງປະຊາຊົນບັນດາເຜົ່າ ແລະ…

ບ້ານແທ່ນຄຳຕົວແບບທະນາຄານບ້ານຂອງເມືອງຫົງສາ

ທະນາຄານບ້ານແທ່ນຄໍາ ເປັນທະນາຄານບ້ານຕົວແບບ ໃນການ ບໍລິຫານ, ການຄຸ້ມຄອງ ແລະການກວດກາທີ່ດີ ເຊິ່ງປັດ ຈຸບັນມີ 580 ສະມາຊິກ, ມີເງິນ ຝາກທັງໝົດ 2,5 ຕື້ກີບ ອັນໄດ້ ຊ່ວຍໃຫ້ຊັບສິນ ແລະ ກອງທຶນ ຂອງບ້ານເພີ່ມຂຶ້ນ 2,67…

ບຸນປີໃໝ່ລາວ

ຕາມຮີດຂອງຄົນລາວຊາວພຸດເຮົາ ເຊິ່ງໃນທຸກໆປີ ເມື່ອຮອດ ເດືອນຫ້າລາວແລ້ວເພິ່ນກໍເລີ່ມ ເຮັດບຸນປີໃໝ່, ເປັນບຸນທີ່ເຮັດຕາມ ຄວາມເຊື່ອ ແລະ ຕາມຕໍາລາ ຂອງໂຫລາສາດ, ແຕ່ວິທີເຮັດ ບຸນນີ້ມີລັກສະນະເຈືອປົນກັນລະຫວ່າງສາດສະໜາພາມ ແລະ ສາດສະໜາພຸດ ເຊິ່ງໄດ້ມີມູນເຫດ ມາຈາກເລື່ອງນາງທິດາທັງ   ເຈັດໄດ້ຜັດປ່ຽນກັນມາແຫ່ກະ ສຽນຂອງທ້າວກະບິນລະພົນ ຜູ້ເປັນພໍ່ມາຫົດສົງຕາມຄໍາສັ່ງ ຂອງພໍ່ກ່ອນຖືກທ້າວທໍາມະບານກຸມານຕັດຄໍ…

ສູນການຄ້າວຽງຈັນເຊັນເຕີຈັດບໍລິຈາກເລືອດຊ່ວຍສັງຄົມ

  ເຊົ້າວັນທີ 28 ມີນານີ້, ສູນການຄ້າວຽງຈັນເຊັນເຕີ ຮ່ວມກັບ ອົງການກາແດງລາວ ແລະ ມູນນິທິຊ່ວຍເຫລືອຄົນທຸກ ຍາກແຫ່ງ ສປປ ລາວ 1623, ໄດ້ຈັດກິດຈະກຳເພື່ອຊ່ວຍເຫລືອສັງຄົມ, ຂຶ້ນທີ່ສູນການຄ້າວຽງ ຈັນເຊັນເຕີ, ນະຄອນຫລວງ ວຽງຈັນ, ເພື່ອເປັນກິດຈະກຳໜຶ່ງ ສະເຫລີມສະຫລອງວັນສ້າງຕັ້ງສູນການຄ້າດັ່ງກ່າວ…

ກຳປູເຈຍປະກາດຫ້າມສົ່ງອອກນົມແມ່ໄປອາເມລິກາ

     ຂ່າວຕ່າງປະເທດລາຍງານວ່າ: ທາງການກຳປູເຈຍປະກາດຫ້າມຈຳໜ່າຍ ແລະ ສົ່ງອອກນ້ຳນົມຈາກແມ່ລູກອ່ອນໄປອາເມລິກາ, ພາຍຫລັງມີລາຍງານວ່າ: ທຸລະກິດດັ່ງກ່າວຖືກໃຊ້ເປັນຊ່ອງທາງໃນການຄ້າເຮັດກຳໄລຂອງບັນດາຍິງສາວໃນປະເທດທີ່ເອີ້ນໄດ້ວ່າທຸກຍາກປະເທດໜຶ່ງໃນພາກພື້ນອາຊີຕາເວັນອອກສຽງໃຕ້. ຄຳສັ່ງດັ່ງກ່າວມີຂຶ້ນ ພາຍຫລັງລັດຖະບານສັ່ງຫ້າມບໍ່ໃຫ້ບໍລິສັດ ແອມໂບຣຊີ ແລບ ສົ່ງອອກນົມແມ່ໄປອາເມລິກາຊົ່ວຄາວ. ບໍ ລິສັດດັ່ງກ່າວອ້າງວ່າເປັນຜູ້ສົ່ງອອກນົມແມ່ໄປອາເມລິກາເປັນຜູ້ທຳອິດ ໂດຍໄດ້ຮັບນ້ຳນົມຈາກແມ່ລູກອ່ອນທຸກຍາກຊາວກຳປູເຈຍຢູ່ນະຄອນຫລວງພະນົມເປັນກ່ອນຈະສົ່ງໄປຂາຍຕໍ່ໃຫ້ບັນດາລູກຄ້າຢູ່ອາເມລິກາໃນລາຄາເພັກລະ 20 ໂດລາສະຫະລັດ ໂດຍແຕ່ລະເພັກບັນຈຸນໍ້ານົມ 5 ອອນ…

ອີຣານເຜີຍໃຫ້ຣັດເຊຍໃຊ້ຖານທັບທະຫານໄດ້ໃນບາງກໍລະນີ

     ທ່ານ ໂມຮຳໝັດ ຈາວັດ ຊາຣີບ ລັດຖະມົນຕີຕ່າງປະເທດອີຣານ ກ່າວໃນວັນທີ 28 ມີນານີ້ວ່າ: ຣັດເຊຍສາມາດໃຊ້ຖານທັບທະຫານອີຣານ ເພື່ອປາບປາມກຸ່ມກໍ່ການຮ້າຍຢູ່ຊີຣີໄດ້ເປັນບາງກໍລະນີ. ທ່ານ ຊາຣີບ ກ່າວວ່າ: ບັນຫາໃນພາກພື້ນ ເຊິ່ງລວມທັງສະຖານະການຢູ່ຊີຣີຈະເປັນຫົວຂໍ້ຫາລືໃນກອງປະຊຸມຢູ່ທຳນຽບເຄຣມລິນຂອງຣັດເຊຍ ໂດຍມີຄະນະຜູ້ແທນລະດັບສູງຂອງອີຣານ ລວມທັງປະທານາທິບໍດີ ຮັດຊັນ ໂຣວຮານີ…