ການກິນເຂົ້າໜຽວໝາກມ່ວງບໍ່ໃຫ້ຕຸ້ຍ
ເຕັກນິກການກິນເຂົ້າໜຽວໝາກມ່ວງເພື່ອບໍ່ໃຫ້ຕຸ້ຍມີພຸງມີຄື : ໃຫ້ນ້ຳໜັກໝາກມ່ວງຫລາຍກ່ວາເຂົ້າໜຽວ. ກິນເຂົ້າເໝົ້າ ຫລື ເຂົ້າກໍ່າຈະມີໄຟເບີ ແລະ ສານແອນຕີອັອກຊິແດນຫລາຍກ່ວາ. ຄາບໃດກິນເຂົ້າໜຽວໝາກມ່ວງແລ້ວຄາບນັ້ນບໍ່ຄວນກິນເຂົ້າຕື່ມແລ້ວ ໃຫ້ຖືວ່າເຂົ້າໜຽວໝາກມ່ວງເປັນເຂົ້າໜຶ່ງຄາບ. ກິນເທື່ອລະຈານນ້ອຍ ເຊັ່ນວ່າ : ໝາກມ່ວງ 1 ໜ່ວຍຕໍ່ເຂົ້າໜຽວປະລິມານເທົ່າໝາກມ່ວງເຄິ່ງໜ່ວຍ. ກິນຕອນສວາຍຈະດີກ່ວາກິນຕອນແລງ ຫລື ຕອນກ່ອນຈະເຂົ້ານອນ….