ພ້ອມກັນບຸກທະລຸຕ້ານໂຄວິດ-19 ຢ່າງຮີບດ່ວນທັນການ

ໂດຍ: ທິດກໍ່າ ໃນເງື່ອນໄຂສະພາບການບ້ານເມືອງຂອງພວກເຮົາພວມຢູ່ໃນສະພາວະອັນເລັ່ງດ່ວນ ແລະ ຈຳເປັນເພື່ອຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນອັງກິດດ້ວຍຄວາມເປັນເຈົ້າການຢ່າງເດັດຂາດແຂງແຮງ ເຊິ່ງທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຕ້ອງໄດ້ອອກຄຳສັ່ງດ່ວນສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ເຊິ່ງປະກອບໄປດ້ວຍຫລາຍເນື້ອໃນກ່ຽວກັບຂໍ້ຫ້າມ,…

ຄະນະເລຂາທິການສູນກາງພັກ ອອກຄຳສັ່ງແນະນຳ ໃຫ້ຄະນະພັກທຸກຂັ້ນ ເພີ່ມທະວີຄວາມຮັບຜິດຊອບ ໃນການສະກັດກັ້ນ ແລະ ແກ້ໄຂ ພະຍາດໂຄວິດ-19

ຄະນະເລຂາທິການສູນກາງພັກ ໄດ້ອອກ ຄຳສັ່ງແນະນຳ ມາຍັງຄະນະພັກທຸກຂັ້ນ ໂດຍສະເພາະຄະນະພັກ ກະຊວງ, ອົງການ, ແຂວງ ແລະ ນະຄອນຫລວງວຽງຈັນ ສະບັບ ເລກທີ 82 /ຄລສພ, ລົງວັນທີ 25 ເມສາ 2021 ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະພັກແຕ່ລະຂັ້ນໃນການສືບຕໍ່ສະກັດກັ້ນ,…

25 ເມສາ 2021 ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 76 ຄົນ

ໃນວັນທີ 25 ເມສາ 2021, ກະຊວງສາທາລະນະສຸກ ຢືນຢັນວ່າມີຜູ້ຕິດເຊື້ອພະຍາດໂຄວິດເພີ່ມໃໝ່ 76 ຄົນ ເຊິ່ງຫລຸດຈາກມື້ວານນີ້ 12 ຄົນ, ໃນນັ້ນ ຈາກນະຄອນຫລວງວຽງຈັນ 64 ຄົນ, ຫລວງນໍ້າທາ 4 ຄົນ, ສາລະວັນ 5…

ກຳປູເຈຍປົດ “ນາຍທະຫານຊັ້ນໃຫຍ່” ໃຊ້ອຳນາດເອົາປະຊາຊົນ ຂ້າມແຂວງ ລະເມີດກົດຄຸມໂຄວິດ-19

ເມື່ອວັນທີ 23 ເມສາ, ທ່ານ ນະໂຣດົມ ສີຫະມຸນີ ກະສັດກຳປູເຈຍ ສັ່ງປົດເຈົ້າໜ້າທີ່ທະຫານອາວຸໂສຄົນໜຶ່ງຈາກກອງທັບກຳປູເຈຍ ຫລັງເຈົ້າໜ້າທີ່ທະຫານຄົນດັ່ງກ່າວລັກລອບນຳເອົາປະຊາຊົນເດີນທາງຂ້າມແຂວງຂອງລັດຖະບານ ເພື່ອສະກັດການລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19). ພົນຕີ ຊຸມ ພອບ ຮອງຫົວໜ້າຄະນະວິໄຈຍຸດທະສາດການທະຫານ ຖືກຈັບເມື່ອວັນທີ 22 ເມສາຜ່ານມາ ຂໍ້ຫາກ່ຽວຂ້ອງກັບການລັກລອບນຳເອົາປະຊາຊົນ 28…

ກຳປູເຈຍ ສັ່ງປິດຕະຫລາດທັງໝົດ ສະກັດໂຄວິດ-19

ສຳນັກ​ຂ່າວຣອຍ​ເຕີ,ກຳປູ​ເຈຍ ສັ່ງ​ປິດ​ຕະຫລາດ​ທັງໝົດ ​ໃນ​ນະຄອນຫລວງ ​ພະນົມ​ເປັນ ​ເພື່ອ​ຄວບ​ຄຸມ​ ການ​ແຜ່​ລະບາດ ​ໂຄ​ວິດ-19 ​ເຮັດ​ໃຫ້​ ປະຊາຊົນ ຫລາຍ​ພັນ​ຄົນ ຜະ​ເຊີນ​ຄວາມ​ຫຍຸ້ງຍາກ ຕ້ອງ​ອອກ​ມາ ​ຮັບ​​ເອົາ​ອາຫານ ​ໃນ​ໄລຍະ ​ປິດ​ເມືອງ 14ວັນ ຫລັງ​ຈາກ​ ຍອດ​ຜູ້​ຕິດ​ເຊື້ອ ​ສະ​ສົມ ​ໃນ​ປະ​ເທດ…

ອາເມລິກາກຽມກັບມາສັກວັກຊີນ Johnson & Johnson ອີກ ຫລັງໂຈະການນຳໃຊ້ 11 ວັນ

ສູນຄວບຄຸມ ແລະ ປ້ອງກັນພະຍາດອາເມລິກາ (CDC) ເປີດເຜີຍວ່າ: ອາເມລິກາກຽມຈະກັບມາດຳເນີນການນຳໃຊ້ວັກຊີນປ້ອງກັນໂຄວິດ-19 ຂອງ Johnoson & Johnson ອີກ ໃນວັນທີ 23 ເມສາຜ່ານມາ ຕາມເວລາທ້ອງຖິ່ນ ຫລັງໂຈະການນຳໃຊ້ໄປຊົ່ວຄາວເປັນໄລຍະເວລາກວ່າ 11 ວັນ ຈາກບັນຫາພົບຜົນຂ້າງຄຽງ “ຫລອດເລືອດອຸດຕັນ”…

ອາຊຽນ ບັນລຸຂໍ້ຕົກລົງ 5ຂໍ້ຕໍ່ບັນຫາໃນມຽນມາ

ຕາມ​ຂ່າວ​ຈາກ​ ອິນ​ໂດ​ເນ​ເຊຍ, ກອງ​ປະຊຸມ​ ຜູ້ນຳ ​ອາ​ຊຽນ ສະ​ໄໝ​ ພິ​ເສດ ກ່ຽວ​ກັບ​ ບັນຫາ​ ໃນ​ມຽນມາ ​ໄດ້​ຈັດ​ຂຶ້ນ ​ໃນ​ວັນ​ທີ24​ເມສາ​ນີ້ ​ຢູ່ນະຄອນ ຫລວງ​ ຈາ​ກາ​ຕາ​ ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ບັນລຸ​ ຂໍ້​ຕົກລົງ 5ຂໍ້​ຕໍ່​ກັບ​ບັນຫາ ​ໃນ​ມຽນມາ​…

error: Alert: ເນື້ອຫາຂ່າວມີລິຂະສິດ !!