ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ
ທ່ານ ມາໂກ ຣູບິໂອ ລັດຖະມົນຕີຕ່າງປະເທດອາເມລິກາ ກ່າວວ່າ: ອາເມລິກາກຽມພິຈາລະນາຢຸດຄວາມພະຍາຍາມໃນການເຈລະຈາຢຸດສົງຄາມລະຫວ່າງອູແກຣນກັບຣັດເຊຍ ຖ້າຍັງບໍ່ມີຄວາມຄືບໜ້າໃນມໍ່ໆນີ້ ພາຍຫລັງສໍາເລັດກອງປະຊຸມຮ່ວມກັບເຈົ້າໜ້າທີ່ລະດັບສູງຂອງເອີຣົບ ແລະ ອູແກຣນ ຢູ່ນະຄອນຫລວງປາຣີສ ປະເທດຝຣັ່ງ. ທ່ານ ຣູບິໂອ ກ່າວວ່າ: ອາເມລິກາຕ້ອງຕັດສິນໃຈຢ່າງຮີບດ່ວນວ່າຄວາມເປັນໄປໄດ້ໃນການຢຸດສົງຄາມຈະເກີດຂຶ້ນໄດ້ແທ້ ຫລື ບໍ່ພາຍໃນໄລຍະເວລາມໍ່ໆນີ້….