ອາເມລິກາຂວ້ຳບາດບໍລິສັດຈີນ-ຣັດເຊຍ ຊ່ວຍ ສປປ ເກົາຫລີ ພັດທະນາອາວຸດ


ສຳນັກງານຄວບຄຸມຊັບສິນສາກົນຂອງອາເມລິກາ ປະກາດລາຍຊື່ບຸກຄົນ ແລະ ກິດຈະການທີ່ເປັນຂອງຈີນ ແລະ ຣັດເຊຍຈຳນວນໜຶ່ງ ໃຫ້ເປັນບຸກຄົນ ແລະ ກິດຈະການຕ້ອງຫ້າມໃນການເຮັດທຸລະກຳກັບອາເມລິກາ ໂດຍການຂວ້ຳບາດນີ້ມີຂຶ້ນເພື່ອລົງໂທດກຸ່ມຜູ້ໃຫ້ການຊ່ວຍເຫລືອ ສປປ ເກົາຫລີ ໃນໂຄງການພັດທະນາລູກສອນໄຟ ແລະ ອາວຸດນິວເຄຼຍ.
+ ສປປ ເກົາຫລີ ອອກໂປສເຕີ ຕໍ່ຕ້ານອາເມລິກາຊຸດໃໝ່
+ ອາເມລິກາ-ສ.ເກົາຫລີ ເລີ່ມຊ້ອມຮົບຮ່ວມປະຈຳປີອີກ
+ ສະພາຄວາມໝັ້ນຄົງ ສປຊ ລົງມະຕິເປັນເອກະພາບ ຂວ້ຳບາດ ສປປ ເກົາຫລີ ໜັກຂຶ້ນ
ມີບໍລິສັດ 10 ແຫ່ງ ແລະ ບຸກຄົນອີກ 6 ຄົນທີ່ຖືກຂຶ້ນບັນຊີຂວ້ຳບາດໃນຄັ້ງນີ້ ໂດຍທ່ານ ສະຕີເວນ ມານູຄິນ ລັດຖະມົນຕີການເງິນອາເມລິກາ ຖະແຫລງວ່າ: ທາງກະຊວງການເງິນຈະຍັງເດີນໜ້າເພີ່ມແຮງກົດດັນຕໍ່ ສປປ ເກົາຫລີ ຕໍ່ໄປ ໂດຍມຸ່ງເປົ້າໃສ່ກຸ່ມຜູ້ສະໜັບສະໜູນໃຫ້ເກີດຄວາມກ້າວໜ້າໃນເຕັກໂນໂລຊີດ້ານອາວຸດຍຸດໂທປະກອນຂອງ ສປປ ເກົາຫລີ ແລະ ຈະໂດດດ່ຽວຄົນກຸ່ມນີ້ຈາກຂະແໜງການເງິນ ແລະ ທຸລະກິດຂອງອາເມລິກາ.


ເຖິງຢ່າງໃດກໍຕາມ, ທາງການຈີນໄດ້ຖະແຫລງຕອບໂຕ້ມາດຕະການຂວ້ຳບາດຄັ້ງໃໝ່ຂອງອາເມລິກາໃນທັນທີ ໂດຍຮຽກຮ້ອງໃຫ້ອາເມລິກາ “ແກ້ໄຂຄວາມຜິດພາດ” ໃນເລື່ອງທີ່ລົງໂທດກິດຈະການຫລາຍແຫ່ງຂອງຈີນເປັນການດ່ວນ.
ເຖິງວ່າໃນອາທິດຜ່ານມາ, ຜູ້ນຳ ສປປ ເກົາຫລີ ຈະໄດ້ສັ່ງລະງັບແຜນການຍິງລູກສອນໄຟໂຈມຕີເກາະກວມໄວ້ກ່ອນ ໂດຍອ້າງວ່າເພື່ອຖ້າເບິ່ງທ່າທີຂອງອາເມລິກາ, ແຕ່ສະຖານະການຄວາມຂັດແຍ່ງລະຫວ່າງສອງປະເທດຍັງບໍ່ຫລຸດຄວາມຮ້ອນແຮງລົງ ໂດຍໃນກອງປະຊຸມຂອງສະຫະປະຊາຊາດ ຢູ່ນະຄອນເຈນີວາ ໃນວັນທີ 22 ສິງຫາ, ທ່ານ ຈູ ຍອງ ຊອນ ນັກການທູດຂອງ ສປປ ເກົາຫລີ ໄດ້ກ່າວປະນາມໄພຈາກອາວຸດນິວເຄຼຍຂອງອາເມລິກາທີ່ຍັງມີມາໂດຍຕະຫລອດ ເຊິ່ງເຮັດໃຫ້ ສປປ ເກົາຫລີ ຕ້ອງພັດທະນາລູກສອນໄຟໄລຍະໄກຂ້າມທະວີບ ແລະ ອາວຸດນິວເຄຼຍເພື່ອປ້ອງກັນຕົນເອງ.


ສປປ ເກົາຫລີ ຍັງອອກວີດີໂອໂຄສະນາຊວນເຊື່ອຊຸດໃໝ່ ເຊິ່ງມີພາບຂອງທ່ານ ໂດນັນ ທຣຳ ຜູ້ນຳອາເມລິກາ ຢູ່ສຸສານແຫ່ງໜຶ່ງ ເຊິ່ງອາດຈະເປັນສຸສານຢູ່ເກາະກວມ ແລະ ຍັງມີຮູບຂອງທ່ານ ໄມ ເພນ ຮອງປະທານາທິບໍດີອາເມລິກາ ຢູ່ທ່າມກາງໄຟລຸກໄໝ້.
ເຖິງຢ່າງໃດກໍຕາມ, ທ່ານ ເຣັກ ທິວເລີສັນ ລັດຖະມົນຕີຕ່າງປະເທດອາເມລິກາ ໄດ້ສະແດງຊື່ນຊົມ ສປປ ເກົາຫລີ ທີ່ “ຄວບຄຸມຕົນເອງໄດ້ໃນລະດັບໜຶ່ງ” ໂດຍລະບຸວ່າບໍ່ມີການທົດລອງລູກສອນໄຟຂຶ້ນອີກ ນັບແຕ່ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດມີມະຕິອອກມາດຕະການຂວ້ຳບາດ ສປປ ເກົາຫລີ ຄັ້ງຫລ້າສຸດ ກ່ອນໜ້ານີ້ ເຊິ່ງພຶດຕິກຳທີ່ດີຂຶ້ນດັ່ງກ່າວອາດປູທາງໄປສູ່ການເຈລະຈາລະຫວ່າງອາເມລິກາ ແລະ ສປປ ເກົາຫລີ ໄດ້ໃນອະນາຄົດ.