ຂັບຂີ່ລົດ ບໍ່ໃສ່ໃຈກົດລະບຽບການຈະລາຈອນ ນຳຄວາມເດືອດຮ້ອນສູ່ຕົນເອງ ແລະ ສັງຄົມ
ອຸປະຕິເຫດເທິງທ້ອງຖະໜົນ ທີ່ມີໃຫ້ເຫັນສ່ວນຫລາຍ ແມ່ນຜູ້ຈັບຂີ່ບໍ່ປະຕິບັດກົດລະບຽບ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ ພາໃຫ້ເສຍຊັບ ຫລື ບາງທີເຖິງຂັ້ນຊີວິດອິນຊີ ຍັງມີໃຫ້ເຫັນເປັນປະຈຳ ແມ່ນແຕ່ປະເທດທີ່ຈະເລີນທາງວັດຖຸ ແລະ ເຕັກໂນໂລຊີ ກໍໜີບໍ່ມົ້ມກົ້ມບໍ່ຫວິດບັນຫາຫຍຸ້ງເຫຍີງທີ່ກ່ຽວ ຂ້ອງກັບການຈະລາຈອນໂດຍເຫັນແຈ້ງສະຖິຕິການເສຍຊີວິດຍ້ອນອຸປະຕິເຫດທາງຖະໜົນທຽບໃສ່ການເສຍຊີວິດຍ້ອນພະຍາດຮ້າຍລຳດັບຕົ້ນໆຫລາຍກວ່າ. ສະພາບການຈະລາຈອນຢູ່ເສັ້ນໃນນະຄອນຫລວງວຽງຈັນ ຍ່ານຊານເມືອງທີ່ພວມພັດທະນາຄຶກຄັກ ຄຶກຄະນອງ ຂາດລະບຽບການ ແບບຂີ້ຄ້ານມັກງ່າຍ ເຖິງວ່າເຈົ້າໜ້າທີ່ຕໍາຫລວດຈະລາຈອນເຂດກ່ຽວຂ້ອງ ໄດ້ເອົາໃຈໃສ່ກວດກາເປັນປະຈໍາ,…