ບັນຫານ້ຳຖ້ວມຂັງໃນຕົວເມືອງ ຍັງເປັນບັນຫາໃຫຍ່ທີ່ຕ້ອງແກ້ໄຂ

- 493609220 1415518879901174 3538656106673457651 n - ບັນຫານ້ຳຖ້ວມຂັງໃນຕົວເມືອງ ຍັງເປັນບັນຫາໃຫຍ່ທີ່ຕ້ອງແກ້ໄຂ
- kitchen vibe - ບັນຫານ້ຳຖ້ວມຂັງໃນຕົວເມືອງ ຍັງເປັນບັນຫາໃຫຍ່ທີ່ຕ້ອງແກ້ໄຂ

ໂດຍ: ຜາຕຸງ

ນ້ຳຖ້ວມຂັງກະທັນຫັນຢູ່ໃນນຄອນຫລວງວຽງຈັນ ບໍ່ແມ່ນບັນຫາໃໝ່ທີ່ຫາກໍເກີດຂຶ້ນມື້ນີ້ມື້ວານ ແຕ່ມັນເປັນບັນຫາຊໍາເຮື້ອມາຍາວນານທີ່ຍັງແກ້ໄຂບໍ່ທັນຕົກ ແລະ ປາກົດເຫັນຖ້ວມຫລາຍຈຸດເພີ່ມຂຶ້ນຫລາຍກວ່າເກົ່າ ບ່ອນບໍ່ເຄີຍຖ້ວມກໍຖ້ວມ. ພໍແຕ່ຝົນຕົກແຮງຕໍ່ເນື່ອງກັນເກີນຊົ່ວໂມງຍາມໃດ ໃຜຜູ້ຢູ່ພື້ນທີ່ຕໍ່າ, ແຄມຖະໜົນຫລວງສີ່ແຍກບາງບ່ອນ ກໍໃຈສັ່ນວັບໆ ແລະ ທຳໃຈໄວ້ເລີຍວ່າ ນໍ້າຕ້ອງຍື່ງຖ້ວມເຂົ້າຫ້ອງ, ທີ່ພັກອາໄສ ຫລື ເຮືອນຮ້ານຢ່າງແນ່ນອນ. ນອກນີ້ການສັນຈອນໄປມາມີຄວາມຫຍຸ້ງຍາກຫຼາຍຈຸດ ແລະ ບາງບ່ອນກາຍເປັນອຳມະພາດໄປໃນຕົວ ອັນໄດ້ສ້າງຄຳຖາມເຖິງສາເຫດ ແລະ ວິທີການແກ້ໄຂຈາກທຸກພາກສ່ວນ.

- Visit Laos Visit SALANA BOUTIQUE HOTEL - ບັນຫານ້ຳຖ້ວມຂັງໃນຕົວເມືອງ ຍັງເປັນບັນຫາໃຫຍ່ທີ່ຕ້ອງແກ້ໄຂ

ຖ້າເວົ້າຕາມຄວາມເປັນຈິງແລ້ວ ບັນຫາມັນມັນມີມາແຕ່ດົນ ເຊິ່ງທຸກໆຄົນຕ່າງກໍຮູ້ດີຢູ່ແກ່ໃຈ ແລະ ມັນບໍ່ໄດ້ເກີດຈາກມື້ໜຶ່ງຍາມດຽວ ແຕ່ມັນຄ່ອຍໆສະສົມເທື່ອລະໜ້ອຍ ຈາກບັນຫານ້ອຍກໍກາຍເປັນບັນຫາໃຫຍ່ ເຊິ່ງສ່ວນຫລາຍແລ້ວ ພວກເຮົາທຸກຄົນມີສ່ວນເຮັດໃຫ້ບັນຫານັ້ນເກີດຂຶ້ນ ໂດຍສະເພາະຖິ້ມເສດຂີ້ເຫຍື້ອລົງສູ່ຖະໜົນຫົນທາງ, ປັດກວາດຝຸ່ນດິນລົງຮ່ອງລະບາຍ ອັດຕັນຮ່ອງລະບາຍນໍ້າ, ທາງຮ່ອມໃນແຕ່ລະບ້ານທີ່ເຊື່ອກັບຖະນົນຫລວງຍັງເປັນດິນແດງ, ລົດລາງພາຫະນະແກ່ດິນຖົມດິນທຽວເຂົ້າອອກມີຕົມຕິດເປື້ອນສູ່ທາງ ຫລື ອາດເກີດຂຶ້ນຈາກຄົນບາງຄົນທີ່ມີການຖົມດິນເພື່ອປຸກສ້າງບໍ່ຖືກຕ້ອງ ເຈົ້າຖົມຂ້ອຍຖົມຂາດເຕັກນິກຕັນທາງນ້ຳ ແລະ ບາງບ່ອນບໍ່ໄດ້ມີຮອດຮ່ອງລະບາຍນໍ້າ ຈົນໄດ້ຮັບຜົນກະທົບລວມໝູ່.

ແຕ່ການແກ້ໄຂບັນຫາປັດຈຸບັນ ແລະ ຜ່ານມາເປັນພຽງການແກ້ໄຂສະເພາະໜ້າ ເປັນການແກ້ໄຂທີ່ປາຍເຫດເທົ່ານັ້ນ ຍັງບໍ່ທັນໄດ້ລົງເລິກທີ່ຕົ້ນເຫດຂອງບັນຫາ ຝົນເຊົານໍ້າລົດລົງໄປ ມື້ໜ້າຝົນຕົກແຮງລົງມາກໍຍື່ງຖ້ວມໃໝ່ໝູນວຽນໄປຢູ່ແນວນັ້ນ.

ຢ່າງໃດກໍຕາມ ບາງຈຸດຢູ່ນະຄອນຫລວງວຽງຈັນ ກໍໄດ້ຮັບການປັບປຸງແກ້ໄຂ ເພື່ອກຽມພ້ອມຮັບມືສະພາບນໍ້າຖ້ວມຂັງເຊັ່ນ ເຂດສີຫອມ ໄດ້ມີການວາງທໍ່ໃໝ່, ສີ່ແຍກທາດຫລວງ ແລະ ສາຍທາງເສັ້ນຖະນົນໄກສອນພົມວິຫານກໍມີການວາງທໍ່ໃໝ່ ເຊິ່ງຄາດວ່າຈະແກ້ໄຂໃຫ້ດີຂຶ້ນ.

ສິ່ງສຳຄັນອີກອັນໜຶ່ງ ເພື່ອແກ້ໄຂໄລຍະຍາວ ຄືການສ້າງຈິດສຳນຶກຕໍ່ສະພາບແວດລ້ອມໃນຊຸມຊົນ, ຢຸດຕິການກະທຳທີ່ມັກງ່າຍໃນການຖິ້ມຂີ້ເຫຍື້ອຊະຊາຍຫັນມາຖິ້ມໃຫ້ຖືກທີ່ຖືກບ່ອນຫຼຸດຜ່ອນການອັດຕັນຂອງຮ່ອງລະບາຍນ້ຳ ແລະ ກ່ອນຈະຖົມດິນຈະສ້າງຫຍັງໃນຕົວເມືອງຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນເສຍກ່ອນວ່າຈະບໍ່ມີຜົນກະທົບແນວໃດບໍ ແລະ ສຳຄັນອີກອັນໜຶ່ງຄືພາກສ່ວນທີ່ມີໜ້າທີ່ຮັບຜິດຊອບວຽກງານບໍລິການຕົວເມືອງ ຕ້ອງເອົາໃຈໃສ່ເກັບກຳສະພາບບັນຫາ ສະຖິຕິແຕ່ລະຈຸດທີ່ເຄີຍເກີດນໍ້າຖ້ວມຂັງໃນໄລຍະຜ່ານມາ ແລ້ວລົງມືກະກຽມລ່ວງໜ້າຕັ້ງແຕ່ຍັງບໍ່ທັນເຖິງລະດູຝົນ ບໍ່ແມ່ນຝົນຕົກມານໍ້າອັ່ງຂັງແລ້ວຈຶ່ງງົມໆທາວໆ ພໍໃຫ້ເປັນພິທີເທົ່ານັ້ນ.

ຫວັງວ່າ ຈາກນີ້ຕໍ່ໄປ ທຸກໆຄົນ, ທຸກໆພາກສ່ວນໃນສັງຄົມ ແລະ ພາກສ່ວນກ່ຽວຂ້ອງຈະເປັນເຈົ້າການໃນການປັບປຸງປ່ຽນແປງໃສ່ໃຈແກ້ໄຂໃຫ້ດີຂຶ້ນ ແລະ ຫວັງຢ່າງຍິ່ງວ່າບັນຫານໍ້າຖ້ວມຂອງກະທັນຫັນເຫລົ່ານັ້ນຈະມົດໄປຈາກສັງຄົມເມືອງຂອງພວກເຮົາ.

- 4 - ບັນຫານ້ຳຖ້ວມຂັງໃນຕົວເມືອງ ຍັງເປັນບັນຫາໃຫຍ່ທີ່ຕ້ອງແກ້ໄຂ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!