ທ່ານ ມາກ ຄານີ ປະກາດໄຊຊະຍະເລືອກຕັ້ງ ຖະແຫລງການາດາຈະບໍ່ມີວັນຍອມຈໍານົນຕໍ່ການຂົ່ມຂູ່ຂອງທ່ານ ທຣໍາ


ທ່ານ ມາກ ຄານີ ນາຍົກລັດຖະມົນຕີການາດາ ປະກາດວ່າ: ການາດາຈະ “ບໍ່ມີວັນ” ຍອມຈໍານົນຕໍ່ອາເມລິກາ ຂະນະທີ່ປະກາດໄຊຊະນະໃນການເລືອກຕັ້ງທົ່ວໄປຕອນເຊົ້າມືດວັນທີ 29 ເມສາ ຫລັງຈາກໄລຍະຫາສຽງຕ້ອງຜະເຊີນການຢົ່ວຢຸ ແລະ ມາດຕະການເກັບພາສີການຄ້າຢ່າງຮຸນແຮງຈາກທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ.
ຄໍາຖະແຫລງຂອງທ່ານ ຄານີ ຜູ້ນໍາພັກເສລີນິຍົມ ກ່າວໂຈມຕີທ່ານ ທຣໍາ ຢ່າງຮຸນແຮງ, ພ້ອມສົ່ງສານແຫ່ງຄວາມສາມັກຄີເຖິງການາດາທົ່ວປະເທດ ໂດຍໃຫ້ຄໍາໝັ້ນວ່າຈະເປັນຕົວແທນຂອງທຸກຄົນທີ່ເອີ້ນການາດາວ່າເຮືອນ.
ນອກຈາກນີ້ ທ່ານຍັງເນັ້ນເຖິງສິ່ງທີ່ທ່ານກ່າວມາຕະຫລອດໃນໄລຍະຫາສຽງ ກ່ຽວກັບການປ່ຽນແປງໃນການພົວພັນລະຫວ່າງການາດາກັບອາເມລິກາ ໂດຍລະບຸວ່າ: “ເຮົາຜ່ານພົ້ນຄວາມຕົກໃຈຈາກການຖືກອາເມລິກາທໍລະຍົດມາແລ້ວ, ແຕ່ເຮົາຕ້ອງບໍ່ລືມບົດຮຽນຄັ້ງນີ້ ເຮົາຕ້ອງເບິ່ງແຍງຕົວເອງ ແລະ ສໍາຄັນທີ່ສຸດ ເຮົາຕ້ອງເບິ່ງແຍງກັນ ແລະ ກັນ”.
ທັງນີ້, ຜູ້ມີສິດເລືອກຕັ້ງໄດ້ມອບອໍານາດໃຫ້ພັກເສລີນິຍົມກັບມາເປັນລັດຖະບານອີກສະໄໝຕິດຕໍ່ກັນເປັນຄັ້ງທີ 4, ແຕ່ຍັງບໍ່ແນ່ນອນວ່າພັກຈະໄດ້ສຽງສ່ວນຫລາຍ ຫລື ບໍ່ ໂດຍພັກຕ້ອງການ 172 ບ່ອນນັ່ງຈຶ່ງຈະຈັດຕັ້ງລັດຖະບານສຽງສ່ວນຫລາຍໄດ້. ສະຖານີໂທລະພາບ CTV ລາຍງານວ່າພັກເສລີນິຍົມຈະໄດ້ພຽງລັດຖະບານສຽງສ່ວນໜ້ອຍ, ຂະນະທີ່ CBC ຍັງລະບຸວ່າ: ໄວເກີນໄປທີ່ຈະສະຫລຸບ.
ທ່ານ ປິແອຣ ປົວລິເຢ ຫົວໜ້າພັກອະນຸລັກນິຍົມ ກ່າວຍອມຮັບການເສຍໄຊໃນຕອນເຊົ້າວັນທີ 29 ເມສາ ຕາມເວລາທ້ອງຖິ່ນ ໂດຍລະບຸວ່າ: ທ່ານ ຄານີ ມີຈໍານວນບ່ອນນັ່ງພຽງພໍຈະຈັດຕັ້ງລັດຖະບານສຽງສ່ວນໜ້ອຍຢ່າງຫວຸດຫວິດ.
ທ່ານ ມາກ ຄານີ ອາຍຸ 60 ປີ ອະດີດຜູ້ວ່າການທະນາຄານກາງ ເຊິ່ງບໍ່ເຄີຍດໍາລົງຕໍາແໜ່ງທາງການເມືອງມາກ່ອນ ເຄີຍມີບົດບາດສໍາຄັນໃນການນໍາພາເສດຖະກິດຂອງການາດາຜ່ານຜ່າວິກິດການເງິນປີ 2008 ແລະ ຕໍ່ມາຍັງເປັນຜູ້ວ່າການທະນາຄານແຫ່ງປະເທດອັງກິດ ຊ່ວຍອັງກິດຮັບມືກັບ Brexit ເຊິ່ງທ່ານປຽບທຽບກັບສະຖານະການທີ່ການາດາອາດຜະເຊີນຈາກສົງຄາມການຄ້າກັບອາເມລິກາ.
ຂະນະທີ່ມາດຕະການຂຶ້ນພາສີຂອງທ່ານ ທຣໍາ ຕໍ່ສິນຄ້າການາດາສ້າງຄວາມສ່ຽງຢ່າງຮ້າຍແຮງຕໍ່ເສດຖະກິດ ແລະ ສະຖຽນລະພາບຂອງການາດາ ໂດຍສະເພາະການເກັບພາສີນໍາເຂົ້າເຫລັກ, ອາລູມີນຽມ, ລົດ ແລະ ຊິ້ນສ່ວນລົດໃນອັດຕາ 25% ລວມທັງການຂູ່ຂຶ້ນພາສີຢາ ແລະ ໄມ້ແປຮູບ ເຊິ່ງສ້າງແຮງສັ່ນສະເທືອນຕໍ່ທຸລະກິດ ແລະ ກົດດັນການຈ້າງວຽກພາຍໃນປະເທດ.
ອ້າງອີງ: