ທ່ານ ສິດສັງຄົມ ສີສະເກດ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວຄົນໃໝ່ ປະຈຳອາຊຽນ


ວັນທີ 30 ເມສາ 2025 ນີ້ ທ່ານ ສິດສັງຄົມ ສີສະເກດ ໄດ້ຍື່ນສານຕາຕັ້ງ ຕໍ່ ທ່ານ ກາວ ກິມ ຮູນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນທີ່ ນະຄອນຫລວງຈາກາກຕາ ປະເທດອິນໂດເນເຊຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ, ທັງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳອາຊຽນ.
ທ່ານເລຂາທິການໃຫຍ່ອາຊຽນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍຕໍ່ ທ່ານ ສິດສັງຄົມ ສີສະເກດ ທີ່ໄດ້ຖືກແຕ່ງຕັ້ງມາດຳລົງຕຳແໜ່ງ ເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອາຊຽນ, ພ້ອມທັງຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ເຊື່ອໝັ້ນຢ່າງຍິ່ງວ່າ ທ່ານ ເອກອັກຄະລັດຖະທູດ ຈະສືບຕໍ່ໃຫ້ການຮ່ວມມື ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ຂອງຄະ ນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ກໍຄື ໃນວຽກງານການສ້າງປະຊາຄົມອາຊຽນ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກ ທ່ານ ປະທານປະເທດ ແຫ່ງ ສປປ ລາວ ມາຍັງທ່ານ ເລຂາທິການໃຫຍ່ອາຊຽນ ແລະ ສະແດງຄວາມຂອບໃຈມາຍັງກອງເລຂາອາຊຽນ ໃນການປະກອບ ສ່ວນສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຈົນມີຜົນສໍາເລັດຢ່າງຈົບງາມ ແລະ ຢໍ້າຄືນຄໍາໝາຍໝັ້ນຂອງ ສປປ ລາວ ຕໍ່ວຽກງານອາຊຽນ ໂດຍສະເພາະ ແມ່ນການຜັນຂະຫຍາຍບັນດາບຸລິມະສິດ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ ປາກົດຜົນເປັນຈິງ.
ພ້ອມນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ຢໍ້າຄືນຄວາມກຽມພ້ອມ ທີ່ຈະເຮັດວຽກຮ່ວມກັບ ທ່ານເລຂາທິການໃຫຍ່ ແລະ ບັນດາຜູ້ຕາງໜ້າຖາວອນ ຈາກປະເທດສະມາຊິກອາຊຽນ ເພື່ອຮັດແໜ້ນປະຊາຄົມອາຊຽນ ໂດຍຜ່ານການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ເພື່ອເຮັດໃຫ້ປະຊາຊົນອາຊຽນໄດ້ຮັບຜົນປະໂຫຍດຈາກຂະບວນການເສີມສ້າງປະຊາຄົມອາຊຽນ ແລະ ໄດ້ສະແດງຄວາມຫວັງວ່າ ກອງເລຂາອາຊຽນ ຈະສືບຕໍ່ໃຫ້ການສະໜັບສະໜູນໃນການປະຕິບັດໜ້າທີ່ດັ່ງກ່າວ ໃຫ້ມີຜົນສໍາເລັດຢ່າງຈົບງາມ.