ປູກໜ້ອຍຮັກສາດີ ອາດມີຄ່າກວ່າປູກເປັນແສນເປັນລ້ານ

- dFQROr7oWzulq5Fa5B24cqBFtsKKFiCX1FSZPheHNQ1QXJmqPCu4XILrQNQtNv9YREj - ປູກໜ້ອຍຮັກສາດີ ອາດມີຄ່າກວ່າປູກເປັນແສນເປັນລ້ານ
- kitchen vibe - ປູກໜ້ອຍຮັກສາດີ ອາດມີຄ່າກວ່າປູກເປັນແສນເປັນລ້ານ

ກ້າວສູ່ໜ້າຝົນເຫັນວ່າປີນີ້ຝົນຕົກສະໝໍ່າສະເໝີແຕ່ຫົວປີ. ສະເພາະຢູ່ນະຄອນຫລວງວຽງຈັນ ນັບແຕ່ກາງເດືອນພຶດສະພາ ຫາ ຕົ້ນເດືອນມິຖຸນາ ມີຝົນຕົກເກືອບທຸກມື້, ບາງອາທິດມີແດດພຽງມື້ໜຶ່ງສອງມື້ກໍມີຫ່າຝົນໜໍ່າລົງມາຖ້ວມຖະໜົນຫົນທາງລົ້ນຕະຄອງຮ່ອງນໍ້າໄຫລທະລັກໄປຫາບ່ອນຕໍ່າເປັນບໍລິເວນກວ້າງ. ດັ່ງໃນວັນທີ 29 ພຶດສະພາ 2025 ຜ່ານມາ ເກີດມີຝົນຕົກໜັກຈົນເຮັດໃຫ້ຖະໜົນຫົນທາງຫລາຍເສັ້ນຫລາຍສາຍໃນນະຄອນຫລວງວຽງຈັນເປັນອໍາມະພາດຫລາຍຊົ່ວໂມງ ເປັນຕົ້ນເສັ້ນທາງຈາກບ້ານຊໍາເຄ້ ຫາ ບ້ານໂຊກນ້ອຍ, ເສັ້ນເຂດຕະຫລາດພະຂາວ ເມືອງໄຊທານີ ຖືກນໍ້າຖ້ວມເປັນບໍລິເວນກວ້າງເລິກພຽງຫົວເຂົ່າກາງຂາ.

ຢ່າງໃດກໍດີ, ເມື່ອຟ້າຝົນຕົກດີຄືແນວນີ້ ມັນກໍເໝາະກັບການລົງມືທໍາການຜະລິດເຂົ້ານາປີ ແລະ ປູກຕົ້ນໄມ້ ໂດຍສະເພາະໃນວັນທີ 1 ມິຖຸນາ 2025 ຜ່ານມາ ອັນເປັນວັນປູກຕົ້ນໄມ້ແຫ່ງຊາດ ໄດ້ມີຫລາຍສໍານັກງານອົງການ, ຫລາຍກົມກອງທ້ອງຖິ່ນ, ຫລາຍສະຖາບັນການສຶກສາ ຕະຫລອດຮອດບຸກຄົນ, ນິຕິບຸກຄົນໃນທົ່ວປະເທດ ໄດ້ພ້ອມພຽງກັນປູກຕົ້ນໄມ້ຢ່າງເປັນຂະບວນກວ້າງຂວາງ. ແຫລ່ງຂ່າວຈາກກະຊວງກະສິກໍາ ແລະ ປ່າໄມ້ ແລະ ບາງແຂວງ ໃຫ້ຮູ້ວ່າ: ໃນປີ 2025 ນີ້ ທົ່ວປະເທດປູກເບ້ຍໄມ້ 24 ບ້ານກວ່າເບ້ຍ ໃນເນື້ອທີ່ 37 ພັນເຮັກຕາ. ສະເພາະນະຄອນຫລວງວຽງຈັນປູກ 3 ພັນກວ່າເບ້ຍ ໃນເນື້ອທີ່ 3 ພັນກວ່າເຮັກຕາ. ສ່ວນຢູ່ແຂວງຈໍາປາສັກກໍມີເບ້ຍໄມ້ພ້ອມປູກເຖິງ 2 ລ້ານກວ່າເບ້ຍ ໃນເນື້ອທີ່ 9 ແສນກວ່າເຮັກຕາ. ນອກຈາກທີ່ກ່າວມານີ້ແລ້ວ ຍັງມີຫລາຍກົມກອງທ້ອງຖິ່ນ, ບຸກຄົນ, ນິຕິບຸກຄົນ ທັງພາກລັດ ແລະ ເອກະຊົນໄດ້ພ້ອມພຽງກັນປູກຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ອຸດສາຫະກໍາໄດ້ຫລາຍແສນເບ້ຍໃນເນື້ອທີ່ກໍາມະສິດຂອງຕົນເອງໃນທົ່ວປະເທດ.

- Visit Laos Visit SALANA BOUTIQUE HOTEL - ປູກໜ້ອຍຮັກສາດີ ອາດມີຄ່າກວ່າປູກເປັນແສນເປັນລ້ານ

ແນວໃດກໍຕາມ, ເມື່ອກ່າວເຖິງການປູກເບ້ຍໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ ພວກເຮົາເຄີຍປະຕິບັດກັນມາທຸກໆປີບໍ່ໄດ້ຂາດ. ຖ້າຄິດໄລ່ຕາມອາຍຸການຂອງ ສປປ ລາວ 50 ປີກໍຍິ່ງມີຫລາຍສິບຫລາຍລ້ານຕົ້ນ ນັບທັງຕົ້ນໃຫຍ່ຕົ້ນນ້ອຍຕົ້ນປູກເກົ່າປູກໃໝ່ແຕ່ກໍເຫັນວ່າ ເນື້ອທີ່ສີຂຽວປົກຫຸ້ມໃນທົ່ວປະເທດນັ້ນ ມັນບໍ່ທັນສົມກັບວ່າເຮົາປູກແຕ່ລະປີຢ່າງມະຫາສານ. ດັ່ງສະຖິຕິໃນ 7 ປີຜ່ານມາ ນັບແຕ່ປີ 2019 ຕົວເລກພວກເຮົາພາກັນປູກຕົ້ນໄມ້ແມ່ນມີຈໍານວນບໍ່ໜ້ອຍເຊັ່ນ: ປີ 2019 ຈໍານວນ 50 ລ້ານເບ້ຍ ໃນເນື້ອທີ່ 50 ພັນເຮັກຕາ, 2020 ຈໍານວນ 11 ລ້ານເບ້ຍ 10 ພັນເຮັກຕາ, 2021 ຈໍານວນ 36 ພັນກວ່າເຮັກຕາ, 2022 ຈໍານວນ 37 ພັນເຮັກຕາ 40 ລ້ານເບ້ຍ, 2023 ຈໍານວນ 34 ລ້ານເບ້ຍ 42 ພັນເຮັກຕາ. ປີ 2024 ຈໍານວນ 34 ລ້ານເບ້ຍ 42 ພັນກວ່າເຮັກຕາ ແລະ 2025 ຈໍານວນ 24 ລ້ານເບ້ຍ 37 ພັນກວ່າເຮັກຕາ. ຕາມທິດກໍ່າວ່າ ສາເຫດທີ່ເຮັດໃຫ້ປ່າສີຂຽວບໍ່ສົມດູນກັບການປູກອາດເນື່ອງມາຈາກຫລາຍປັດໄຈ ເປັນຕົ້ນຍ້ອນການສ້າງສາພັດທະນາ ແລະ ປຸກທີ່ຢູ່ອາໄສໄປຕິກໆ, ປູກໄປແລ້ວບໍ່ມີການປົກປັກຮັກສາເທົ່າທີ່ຄວນ ສຸດທ້າຍມັນກໍຕາຍໄປ ແລະ ອີກບັນຫາໜຶ່ງທີ່ຍັງມີປາກົດການຢູ່ ກໍຄືບັນຫາການລັກລອບຕັດໄມ້ທໍາລາຍໄປ່າ ໂດຍສະເພາະແມ່ນຢູ່ເຂດຊົນນະບົດຫ່າງໄກສອກຫລີກ ຈຶ່ງເປັນເຫດໃຫ້ຜືນປ່າຢໍ້າເທົ້າມາຮອດປັດຈຸບັນ.

ໂດຍ: ທິດກໍ່າ

- 5 - ປູກໜ້ອຍຮັກສາດີ ອາດມີຄ່າກວ່າປູກເປັນແສນເປັນລ້ານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!