ບັນຫານ້ຳຖ້ວມຂັງໃນຕົວເມືອງ ຍັງເປັນບັນຫາໃຫຍ່ທີ່ຕ້ອງແກ້ໄຂ
ໂດຍ: ຜາຕຸງ ນ້ຳຖ້ວມຂັງກະທັນຫັນຢູ່ໃນນຄອນຫລວງວຽງຈັນ ບໍ່ແມ່ນບັນຫາໃໝ່ທີ່ຫາກໍເກີດຂຶ້ນມື້ນີ້ມື້ວານ ແຕ່ມັນເປັນບັນຫາຊໍາເຮື້ອມາຍາວນານທີ່ຍັງແກ້ໄຂບໍ່ທັນຕົກ ແລະ ປາກົດເຫັນຖ້ວມຫລາຍຈຸດເພີ່ມຂຶ້ນຫລາຍກວ່າເກົ່າ ບ່ອນບໍ່ເຄີຍຖ້ວມກໍຖ້ວມ. ພໍແຕ່ຝົນຕົກແຮງຕໍ່ເນື່ອງກັນເກີນຊົ່ວໂມງຍາມໃດ ໃຜຜູ້ຢູ່ພື້ນທີ່ຕໍ່າ, ແຄມຖະໜົນຫລວງສີ່ແຍກບາງບ່ອນ ກໍໃຈສັ່ນວັບໆ ແລະ ທຳໃຈໄວ້ເລີຍວ່າ ນໍ້າຕ້ອງຍື່ງຖ້ວມເຂົ້າຫ້ອງ, ທີ່ພັກອາໄສ ຫລື ເຮືອນຮ້ານຢ່າງແນ່ນອນ. ນອກນີ້ການສັນຈອນໄປມາມີຄວາມຫຍຸ້ງຍາກຫຼາຍຈຸດ ແລະ…