ແຈ້ງການແລ້ວ ແຕ່ຂາດການຕິດຕາມກວດກາ ບັນຫາກໍຈະບໍ່ຖືກແກ້ໄຂ


ໂດຍ: ຜາຕຸງ 23.4.25
ການສະຫຼອງບຸນປີໃໝ່ລາວ ໄດ້ຜ່ານພົ້ນໄປແລ້ວດ້ວຍຄວາມເບີກບານມ່ວນຊື່ນ, ຮັກສາໄດ້ຮີດຄອງປະເພນີອັນດີງາມ ສົ່ງເສີມວັດທະນະທຳອັນດີຂອງຊາດ ອັນນີ້ເວົ້າແບບຍ້ອງຍໍ ຫຼື ພາບໂດຍລວມ ເພາະບາງເຂດບາງທ້ອງຖິ່ນເຮັດໄດ້ແທ້ ມີຄວາມສະຫງົບ ມີຄວາມເປັນລະບຍບຮຽບຮ້ອຍດີ ແຕ່ບາງທ້ອງຖິ່ນ ຫຼື ບາງບັນຫາຍັງ ມີຮ່ອງຮອຍ ແຫ່ງຄວາມດີໃຈປົນໄປກັບຄວາມເສົ້າໂສກເສຍໃຈ ແລະ ນ້ຳຕາຂອງຜູ້ສູນເສຍຂອງມີຄ່າແບບບໍ່ມີວັນຈະກັບຄືນມາ ນັ້ນກໍຄື ຄວາມສູນເສຍ ທາງດ້ານຊີວິດ ຂອງຜູ້ທີ່ໄດ້ຮັບອຸປຜະຕິເຫດ ແລະ ອາວະວາດຕີກັນເກີດຂຶ້ນ.
ກ່ອນປີໃໝ່ລາວ ພວກເຮົາຈະເຫັນນິຕິກຳຈາກອໍານາດການປົກຄອງ ແຕ່ລະຂັ້ນ ທັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ພາກສ່ວນອື່ນໆ ອອກແຈ້ງການ ຫຼື ມະຕິຄຳສັ່ງ ໃຫ້ທຸກຄົນໃນສັງຄົມເອົາໃຈໃສ່ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ເພື່ອປ້ອງກັນຄວາມສູນເສຍ ນັບວ່າເປັນໜ້າວຽກທີ່ເປັນຂະບວນການຟົດຟື້ນ ແລະ ຕາມພາລະບົດບາດຢ່າງຍິ່ງ.
ຢ່າງໃດກໍຕາມ ຜ່ານການສັງເກດເຫັນວ່າ ມີຄົນຈຳໜຶ່ງບໍ່ເອົາຫົວໃສ່ໃຈຊາບໍ່ເກງກົວ ແລະ ເປັນການທ້າທາຍຕໍ່ລະບຽບກົດໝາຍບ້ານເມືອງ ສະແດງອອກໃນການນຸ່ງຖື, ການດື່ມການກິນ, ການຂັບລົດລາພາຫະນະ, ການໃຊ້ສຽງດັງກໍ່ການອາລະວາດຕີກັນຈົນນຳໄປສູ່ຄວາມສູນເສຍທາງດ້ານຊີວິດ ຊັບສິນຂອງພົນລະເມືອງ, ຊຶ່ງເກີດຂຶ້ນຫລາຍບ່ອນຫຼາຍກໍລະນີ ເກີດຂຶ້ນຕາມເທັກຕາມບາຣ໌, ນັກທ່ອງທ່ຽວຕ່າງປະເທດຕີກັນຢູ່ສີຫອມນະຄອນຫຼວງວຽງຈັນ, ຕາມແຫຼ່ງທ່ອງທ່ຽວ ເປັນຕົ້ນຢູ່ຕາດກວາງຊີ ເຊິ່ງເຫດການໃນລັກສະນນີ້ບໍ່ເຄີຍເກີດຂຶ້ນມາກ່ອນເລີຍ.
ສິ່ງທີ່ປາກົດອອກມາສະແດງໃຫ້ເຫັນວ່າ ລະບຽບມີ ຂໍ້ຫ້າມມີ ແຕ່ໃນພາກປະຕິບັດຕົວຈິງໄປຄວບຄູ່ກັບຕົວບົດກົດໝາຍນັ້ນຫາກເວົ້າໄປແລ້ວແມ່ນພວກເຮົາຍັງອ່ອນຫຼາຍ ບໍ່ສາມາດປະຕິບັດໄດ້ຢ່າງເຂັ້ມງວດ ສົມກັບອຳນາດຢູ່ໃນມື ປະໃຫ້ການມ່ວນຊື່ນໂຮງແຊວເກີນໂມງເກີນເວລາທີ່ທາງການກຳນົດ, ເມື່ອມີເຫດ ການອາລະວາດຕີກັນເກີດຂຶ້ນບໍ່ມີເຈົ້າໜ້າທີ່ເຂົ້າລະງັບເຫດນັ້ນໄດ້ທັນເວລາ ປະໃຫ້ແກ່ຍາວເວລາຈົນນຳໄປສູ່ຄວາມສູນເສຍທີ່ໃຫຍ່ຫຼວງ ລວມຄວາມແລ້ວເຈົ້າໜ້າທີ່ເຮົາຍັງອ່ອນ ຫຼື ຂາດປະສົບການກໍວ່າໄດ້ ແລະ ອາດຖືວ່າເປັນຈຸດອ່ອນກໍຫາກໄດ້.
ຢ່າງໃດກໍດີ ທຸກໆງານບຸນທີ່ຜ່ານມາ ໂດຍລວມແລ້ວ ເຖິງຈະມີລະບຽບການເປັນຂໍບັງຄັບໃຫ້ເຮັດໃຫ້ປະຕິບັດຕາມ ແຕ່ໃນຕົວຈິງພວກເຮົາບໍ່ສາມາດຄຸ້ມຄອງຄວາມສະຫງົບປອດໄພໄດ້ເທົ່າທີ່ຄວນ ໂດຍສະເພາະແມ່ນການກິນການດື່ມ ການມົ່ວສຸມຕາມເທັກຕາມບາຣ໌ ສົ່ງສຽງເນືອງນັນ ເກີນໂມງເກີນເວລາ ລົຍກວນຄົນອ້ອມຂ້າງ ເຖິງແມ່ນມີລະບຽບອອກມາໃຫ້ເຂັ້ມງວດ ພ້ອມທັງຈະມີການລົງໂທດຢ່າງເໝາະສົມຕາມສະຖານກະທຳຜິດໜັກຫຼືເບົາ ເວລາການຈັດຕັ້ງປະຕິບັດພັດບໍ່ເຂັ້ມງວດ,ຍ້ອນເຈົ້າ ໜ້າທີ່ພະນັກງາານເຮົາອ່ອນ ຫຼື ສະບຽບນິຕິກຳຕ່າງໆ ນັ້ນອ່ອນໆແນວໃດ? ຈົນມີຫາງສຽງຈົ່ມຈາກສັງຄົມວ່າ: ວຽກສ່ຳນີ້ຍັງບໍ່ຫຼ້ອນ ຂະຫຍອນວ່າເປັນວຽກໃຫຍ່ຊິເຮັດໄດ້ແນວໃດ.
ທຸກຢ່າງມີການວາງແຜນໃນການປະຕິບັດ, ເມື່ອລົງມືຈັດຕັ້ງປະຕິບັດຕ້ອງມີການກວດກາ ປະເມີນຜົນຂອງການຈັດຕັ້ງປະຕິບັດມະຕິຄຳສັ່ງ ຫຼື ແຈ້ງການຕ່າງໆ ວ່າເຮັດໄດ້ດີ, ອ່ອນ ຫຼື ແຂງ ແນວໃດແທ້ ອອກຄຳສັ່ງ, ອອກມະຕິ, ອອກແຈ້ງການມາແລ້ວ ແຕ່ບໍ່ນຳເບິ່ງ ບໍ່ກວດກາເບິ່ງບໍ່ປະເມີນຜົນ ປະເມີນແລ້ວ ບໍ່ມີການປ່ຽນແປງ ມັນບໍ່ຫ່ອນຈະເປັນ ເນາະແມ່ນບໍ? ຂໍສະເໜີແລກປ່ຽນນຳທຸກໜວຍງານທີ່ກ່ຽວຂ້ອງດ້ວຍ.